Media /
ໂກໂຕ ແມ່ນໜຶ່ງໃນ 12 ເມືອງເກາະຂອງທົ່ວປະເທດ ຫ່າງຈາກດິນຕໍ່ແຜ່ນປະມານ 80 ກິໂລແມັດ. ໂກໂຕ ມີເກາະນ້ອຍໃຫຍ່ຫຼາຍກວ່າ 50 ໜ່ວຍ, ມີທີ່ຕັ້ງສຳຄັນພິເສດທາງດ້ານການປ້ອງກັນຊາດ ປ້ອງກັນຄວາມສະຫງົບ.
ໂກໂຕ ແມ່ນເກາະທີ່ມີຄວາມງາມແບບທຳມະຊາດ ແລະ ເປັນໜ້າຈັບໃຈ ດ້ວຍບັນດາຫາດຊາຍທະເລຮົກເຮື້ອຍາວຢຽດ, ນ້ຳທະເລຂຽວ ແລະ ໃສເຢັນ, ການດຳລົງຊີວິດຂອງປະຊາຊົນຢູ່ແຫ່ງນີ້ ມີຄວາມສະຫງົບສຸກ ດ້ວຍການເດີນເຮືອໄປຫາປາໄດ້ຮັບຜົນດີ.
ພາຍຫຼັງທີ່ໄດ້ເຊື່ອມຕໍ່ກັບຕາຂ່າຍໄຟຟ້າແຫ່ງຊາດເມື່ອປີ 2013, ຂະແໜງທ່ອງທ່ຽວ ໂກໂຕ ກໍ່ມີບາດກ້າວຂະຫຍາຍຕົວຢ່າງແຂງແຮງ ດ້ວຍຈຳນວນແຂກທ່ອງທ່ຽວບັນລຸປະມານ 3 ແສນ ເທື່ອຄົນ, ໃນນັ້ນແຂກທ່ອງທ່ຽວສາກົນບັນລຸກວ່າ 4.500 ເທື່ອຄົນ, ສາມາດສ້າງລາຍຮັບໄດ້ 500 ຕື້ດົ່ງ.
ສະຖານທີ່ທີ່ດູດດື່ມທີ່ສຸດຢູ່ ໂກໂຕ ກໍ່ແມ່ນບັນດາຫາດຊາຍທະເລເຊັ່ນ ຮົ່ງວ່ານ, ວ່ານໄຈ, ຫາດຊາຍທະເລແຫ່ງຄວາມຮັກ…
ນອກຈາກບັນດາຫາດຊາຍທະເລຢູ່ ເກາະໂກໂຕໃຫຍ່ນີ້ແລ້ວ, ຢູ່ເກາະໂກໂຕນ້ອຍ ຫຼື ເກາະແທັງເລິນ ກໍ່ມີບັນດາຫາດຊາຍທະເລທີ່ສວຍງາມ ແລະ ຮົກເຮື້ອດ້ວຍສີຂຽວຂອງທະເລ ແລະ ປ່າໄມ້ປະສານເຂົ້າກັນ.
ເສັ້ນທາງແຫ່ງຄວາມຮັກແມ່ນເສັ້ນທາງນ້ອຍແລ່ນຊື່, ຢູ່ສອງຟາກທາງແມ່ນແຖວຕົ້ນສົນ ໃນທ່າມກາງສຽງຄື້ນທະເລກະທົບຝັ່ງ. ແຂກທ່ອງທ່ຽວກໍ່ຍາກທີ່ຈະລືມໄດ້ຄວາມຮູ້ສຶກທີ່ໜ້າຈັບໃຈ ເມື່ອຖີບລົດ ຫຼື ຍ່າງຕາມເສັ້ນທາງນີ້ໃນຍາມຕອນແລງທີ່ເຢັນສະບາຍ.
ເຂດອະນຸສອນສະຖານ ລຸງໂຮ່ ໃນເກາະແມ່ນສະຖານທີ່ທີ່ມີຄວາມໝາຍເປັນພິເສດ. ປີ 1961 ລຸງໂຮ່ ໄດ້ໄປຢ້ຽມຢາມ ໂກໂຕ ແລະ ແຫ່ງນີ້ແມ່ນພຽງແຫ່ງດຽວທີ່ເພິ່ນໄດ້ເຫັນດີໃຫ້ຕັ້ງຮູບປັ້ນ.
ຫໍສັນຍານເທິງ ເກາະໂກໂຕ ແມ່ນໜຶ່ງໃນຫໍສັນຍານ 30 ໜ່ວຍ ລຽບຕາມລວງຍາວຂອງປະເທດຊາດ. ໃນຄວາມສູງກວ່າ 100 ແມັດ ແຂກທ່ອງທ່ຽວສາມາດມຸ່ງສາຍຕາເພື່ອຮັບຊົມທັດສະນີຍະພາບ ທ້ອງຟ້າທະເລທີ່ກວ້າງໃຫຍ່ໄພສານ.
ແຂກທ່ອງທ່ຽວຊົມຊອບທຳມະຊາດ ກໍ່ອາດຈະຖີບລົດດ້ວຍຕົນເອງ ຫຼື ຈ້າງລົດໄຟຟ້າເພື່ອແລ່ນອ້ອມເກາະ, ລົງໄປຢ້ຽມຊົມຫາດຊາຍທະເລ, ຫາດຫີນຢູ່ອ້ອມເກາະ…
ຫາດຫີນ ໝອງຣົງ ຫຼື ເກົ່າໝິ ກໍ່ແມ່ນສະຖານນທີ່ທີ່ດູດດື່ມໃນເກາະ, ມີເນື້ອທີ່ 40 ເຮັກຕາ ດ້ວຍບັນດາຜາຫີນສະຫຼັບກັນ ສ້າງເປັນແຖບສີທີ່ແຕກຕ່າງກັນ.
ດ້ວຍພູມສັນຖານບືນອອກສູ່ທະເລ, ນີ້ແມ່ນແຫ່ງທີ່ແຂກທ່ອງທ່ຽວມີຄວາມຮູ້ສຶກຢ່າງຈະແຈ້ງທີ່ສຸດກ່ຽວກັບທັດສະນີຍະພາບ ໃນຍາມ ດວງຕາເວັນອອກທີ່ມະຫັດສະຈັນ.
ເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາ, ໂກໂຕ ໃນບັນຈຸບັນໄດ້ລົງທຶນກໍ່ສ້າງໂຮງແຮມຫຼາຍແຫ່ງ ຈາກລະດັບໜຶ່ງດາວຫາຫ້າດາວ, ພັດຕະຄານຮັບໃຊ້ແຂກທ່ອງທ່ຽວ ດ້ວຍອາຫານທະເລສົດ ແລະ ແຊບພິເສດເຊັ່ນ ປາມຶກ, ກຸ້ງ, ແມງກະພຸນ..
ພ້ອມກັບໂຮງແຮມແບບຫຼູຫຼາ, ເຮືອນພັກທີ່ເຮັດດ້ວຍໄມ້ກໍ່ແມ່ນບ່ອນພັກເຊົາ ທີ່ແຂກທ່ອງທ່ຽວນິຍົມມາເຊົາ ຍ້ອນຄວາມໃກ້ຊິດກັບທຳມະຊາດ.
ພື້ນຖານໂຄງລ່າງໃນເກາະກໍ່ນັບມື້ຖືກຍົກສູງຂຶ້ນ. ໄລຍະຫ່າງຈາກດິນຕໍ່ແຜ່ນໄປຫາເກາະກໍ່ຖືກຫຼຸດໜ້ອຍລົງ ຍ້ອນມີເຮືອທີ່ມີຄຸນນະພາບ ແລະ ແລ່ນດ້ວຍຄວາມໄວສູງ. ລະບົບທາງດ່ວນຈາກ ຮ່າໂນ້ຍ - ຮະລອງ - ເວິນໂດ່ນ ກໍ່ຍັງຊ່ວຍເພີ່ມຈຳນວນແຂກທ່ອງທ່ຽວໄປຢາມ ໂກໂຕ.
ປີ 2019, ໄດ້ວາງເປົ້າໝາຍຍົກສູງຄຸນນະພາບການບໍລິການທ່ອງທ່ຽວ, ປົວແປງທັດສະນີຍະພາບ. ເພື່ອເປັນການຂ່ຳນັບຮັບຕ້ອນລະດູທ່ອງທ່ຽວຍາມລະດູຮ້ອນປີນີ້, ໂກໂຕ ຈະຈັດຕັ້ງສັບປະດາວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ແຕ່ວັນທີ 24 ເມສາ ດ້ວຍບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາ, ອາຫານການກິນທີ່ເປັນເອກະລັກ ເພື່ອຮັບໃຊ້ແຂກທ່ອງທ່ຽວທັງຫຼາຍ.

ໂກໂຕ - ແກ້ວມະນີສວຍງາມຢູ່ກາງທະເລທາງທິດຕາເວັນອອກສຽງເໜືອ ຫວຽດນາມ

(VOVWORLD) - ຈາກເກາະໜ່ວຍໜຶ່ງທີ່ຮົກເຮື້ອວ່າງເປົ່າ, ໂກໂຕ (ແຂວງ ກວ໋າງນິງ) ປັດຈຸບັນໄດ້ກາຍເປັນສະຖານທີ່ທ່ອງທ່ຽວໝູ່ເກາະທະເລທີ່ດູດດື່ມ, ແຕ່ລະປີສາມາດດຶງດູດແຂກທ່ອງທ່ຽວມາທ່ຽວນັບ 100.000  ເທື່ອຄົນ.