Media /
ໂດຍນອນຢູ່ຫ່າງຈາກນະຄອນຫຼວງຮ່າໂນ້ຍປະມານ 300 ກມ ໄປທາງທິດເໜືອ, ຮ່າຢາງແມ່ນສະຖານທີ່ທ່ອງທ່ຽວທີ່ລືຊື່ ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.
ຍາມທ້າຍເດືອນ ຕຸລາຫາເດືອນ ທັນວາ ແຂກທ່ອງທ່ຽວໄດ້ພາກັນໄປແຂວງຮ່າຢາງເພື່ອຊົມດອກເຂົ້າໄຮ່ ແລະ ທິດທັດທຳມະຊາດທີ່ງົດງາມຢູ່ແຫ່ງນີ້.
ເສັ້ນທາງທີ່ຄົດງໍຊຶ່ງເຄີບພົບເຫັນຢູ່ຕາມເສັ້ນທາງໄປຮ່າຢາງ. ນີ້ກໍເປັນການດຶງດູດແຂກທ່ອງທ່ຽວທັງຫຼາຍ.
ຜ່ານບັນດາເສັ້ນທາງຄົດງໍຜະຈົນໄພ, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບທົ່ງດອກເຂົ້າໄຮ່ທີ່ສວຍສົດງົດງາມ.
ດອກເຂົ້າໄຮ່ມີສີຂາວປະສານກັບສີບົວເລັກນ້ອຍ, ຮອດຍາມສຸກ, ລຳຕົ້ນຂອງມັນປ່ຽນໄປສູ່ສີເຫຼືອງແດງ, ບັນດາກີບຄ່ອຍໆຫຼົ່ນ, ຍັງເຫຼືອໄວ້ແຕ່ແກ່ນສີດຳມີຮູບສາມຫຼ່ຽມ.
ບັນດາທົ່ງດອກເຂົ້າໄຮ່ແມ່ນຈຸດພິເສດສະເພາະຂອງແຂວງຮ່າຢາງ. ແຂກທ່ອງທ່ຽວມາຢ້ຽມຢາມຮ່າຢາງ ສາມາດໄດ້ຊົມ ດອກເຂົ້າໄຮ່ຢູ່ຫຼາຍແຫ່ງຄື : ເສົາທຸງລຸ້ງກູ້, ດົງວັນ, ໂຟ້ກາວ, ມາແລ້
ທິວທັດທຳມະຊາດຢູ່ແຫ່ງນີ້ໄດ້ດຶງດູດ ແຂກທ່ອງທ່ຽວຢ່າງຫຼວງຫຼາຍ, ພິເສດແມ່ນໄວໜຸ່ມຜູ້ມັກມາຄົ້ນຫາ ແລະ ທ່ອງທ່ຽວ.
ການບໍລິການຈຳນວນໜຶ່ງຮັບໃຊ້ແຂກທ່ອງທ່ຽວເຊັ່ນ: ໃຫ້ເຊົ່າຊຸດອາພອນປະຈຳເຜົ່າ, ຖ່າຍຮູບພ້ອມກັບລາຍການທ່ອງທ່ຽວຕ່າງໆ.
ເຂດດິນຕອນເໜືອສຸດຂອງປະເທດຊາດ ບໍ່ພຽງແຕ່ມີຊື່ສຽງດ້ວຍດອກເຂົ້າໄຮ່ເທົ່ານັ້ນ, ຫາກຍັງມີຊື່ສຽງດ້ວຍເສົາທຸງ ລຸ້ງກູ້, ຍອດກີ່ວມ້າປີແລ່ງແຫ່ງເທບນິຍາຍ, ບັນດາເນີນພູສູງຊັນ
ສວນສາທາລະນະທໍລະນີພູພຽງຫີນ ດົງວັນ ທີ່ອຸດົມສົມບູນໄປດ້ວຍບັນດາປະເພດມໍລະດົກທໍລະນີ, ມໍລະດົກວັດທະນະທຳ ແລະ ຊີວະນາໆພັນ.
ເຂົ້າຫຼາມ, ເຂົ້າໜຽວ 5 ສີ, ສາລີ ແລະ ຊີ້ນສັດປ່າ…ແມ່ນບັນດາເຍື່ອງອາຫານທ້ອງຖິ່ນ, ອັນໄດ້ສ້າງຄວາມປະທັບໃຈໃຫ້ ແຂກທ່ອງທ່ຽວທັງຫຼາຍ.
ໃນມໍ່ໆມານີ້, ເພື່ອຮັບໃຊ້ຄວາມຕ້ອງການຂອງແຂກທ່ອງທ່ຽວ, ບັນດາສະຖານທີ່ບໍລິການ Wifi ບໍ່ເກັບຄ່າໄດ້ຖືກຕິດຕັ້ງຢູ່ຕາມບັນດາສະຖານທີ່ທ່ອງທ່ຽວ.
ດ້ວຍບັນດາຄຸນຄ່າທີ່ຊ້ອນແຝງທາງດ້ານການທ່ອງທ່ຽວ ກໍຄືຄວາມໝາຍທາງດ້ານວັດທະນະທຳ, ປະຫວັດສາດນັ້ນ, ແຂວງຮ່າຢາງໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ນັບມື້ນັບຫຼາຍຂຶ້ນ.

ໄປທ່ອງທ່ຽວແຂວງຮ່າຢາງໃນຍາມລະດູດອກເຂົ້າໄຮ່

(VOVWORLD) -  ຍາມລະດູດອກເຂົ້າໄຮ່ໃນເດືອນພະຈິກ ແລະ ທັນວາດ້ວຍຄວາມງາມທີ່ປະຫຼາດໃຈຢູ່ຕາມທົ່ງດອກເຂົ້າໄຮ່ຢູ່ເຂດພູພຽງຫີນຂອງແຂວງຮ່າຢາງ ແມ່ນຄຳເຊື້ອເຊີນແຂກທ່ອງທ່ຽວມາຢ້ຽມຢາມຮ່າຢາງໃນຍາມນີ້.

Duc Anh