ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ86ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ86ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ (3/2/1930-3/2/2016) ​ໃນ​ວັນ​ທີ 2 ​ແລະ ທີ3/2, ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ຂຳ່ນັບ​ຮັບ​ຕ້ອນ​ເຫດການ​ນີ້. ​ເປີດ​ສາກ​ເຫດການ​ນີ້​ແມ່ນ​ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂໍ້ “ອວຍພອນ​ລະດູບານ​ໃໝ່​ ປີວ​ອກ - ອວຍພອນ​ພັກ​ສະຫງ່າ​ງາມ“ຢູ່​ຖະໜົນ ດົ່ງ​ເຂີຍ​ ນັບ​ແຕ່​ວັນ​ທີ 2/2-13/2. ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 2/2, ຄະນະ​ພັກ​ກຸ່ມ​ປະຊາຊົນ - ການ​ເມືອງ - ພັກ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ ຫວຽດນາມ, ພ້ອມ​ທັງ​ມອບ​ຫຼຽນ​ກາ 50 ປີ, 40 ປີ ​ແລະ 30 ປີທີ່​ເປັນ​ສະມາຊິກ​ພັກ​ໃຫ້​ແກ່​ສະມາຊິກ​ພັກ 27 ຄົນ.

        ຕອນ​ຄຳ່​ວັນ​ທີ 3/2, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ການ​ນຳ​ສູນ​ກາງ, ນະຄອນ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ.

        ​ເນື່ອງ​ໃນ​ໂອກາດ​ນີ້, ຕອນ​ຄຳ່​ວັນ​ທີ 1/2, ສະຖານທູດ ຫວຽດນາມປະຈຳ​ລາວໄດ້​ຈັດ​ຕັ້ງພິທີສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ​ແຈ້ງ​ຜົນ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ