ໜັງສືພິມເຢຍລະມັນຍ້ອງຍໍບົດບາດການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ

ໜັງສືພິມເຢຍລະມັນຍ້ອງຍໍບົດບາດການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ​​ ​ ໜັງສືພິມ​ ​ເຢຍລະ​ມັນ “Unsere Zeit” (ຍຸກສະ​ໄໝຂອງ​ພວກ​ເຮົາ) ສະບັບ​ອອກ​ທ້າຍ​ອາທິດ​ຜ່ານ​ມາ ​ໄດ້​ລົງ​ພິມ​ບົດ ​ແລະ ຮູບ​ພາບ​ຍ້ອງຍໍຊົມ​ເຊີຍ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ, ​ໃນ​ນັ້ນ ຢືນຢັນ​ວ່າ: ບົດບາດການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ນັກ​ປະພັນ Gerhard Feldbauer ຕີ​ລາຄາ​ສູງ​ບັນດາ​ຈຸດ​ສຸມ​ວຽກ​ງານ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ໃນ 5 ປີ​ຈະ​ມາ​ເຖິງ​ລວມມີ: ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພັກ​ໃຫ້ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ; ​ເສີມ​ຂະຫຍາຍ​ກຳ​ລັງ​ແຮງ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ​ປະຊາ​ທິປະ​ໄຕ​ສັງຄົມ​ນິຍົມ; ຍູ​້​ແຮງຢ່າງ​ຮອບດ້ານ, ຄົບ​ຊຸດ​ພາລະກິດ​ປ່ຽນ​​ແປງໃໝ່; ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ. ບົດ​ຂຽນ​ກໍ່​ໄດ້ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟູ​ຈ​້ອງ ຊີ້​ແຈ້ງ​ເລື່ອງ ສືບ​ຕໍ່​ຍົກ​ສູງ​ບົດບາດ​ການຊີ້​ນຳ​ນຳພາ ​ແລະ ກຳລັງການຕໍ່ສູ້​ຂອງ​ພັກ ​ແມ່ນ​ປັດ​ໃຈຕັດສິນ ​ເພື່ອ​ປະຕິບັດ​ນະ​ໂຍບາຍ​ປ່ຽນ​ໃໝ່​ພື້ນຖານ​ເສດຖະກິດ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ​ຈະ​ມາ​ເຖິງ. ບົດ​ຂຽນ​ກໍ່​ເນັ້ນ​ໜັກ​ວ່າ: ດ້ວຍ​ບົດບາດ​ຊີ້​ນຳ​ນຳພາ​ປະ​ເທດ​ຊາດ, ພັກ​ກອມ​ມູນິດ ຫວຽດນາມ ຍາມ​ໃດ​ກໍ່​ເດັດດ່ຽວ​ປົກ​ປັກ​ຮັກສາ​ເອກະ​ລາດ, ອະທິປະ​ໄຕຜືນ​ແຜ່ນ​ດິນ ກໍ່​ຄື​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ສະຖຽນລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ