11 ເດືອນ, ການປະກອບທຶນ, ຊື້ຫຸ້ນຂອງນັກລົງທຶນຕ່າງປະເທດ ເຂົ້າ ຫວຽດນາມ ເພີ່ມຂຶ້ນສູງ

(VOVWORLD) -ກົມລົງທຶນຕ່າງປະເທດ, ຂຶ້ນກັບກະຊວງແຜນການ ແລະ ການລົງທຶນຫວຽດນາມ, ໃຫ້ຮູ້ວ່າໃນ 11 ເດືອນ ປີ 2018, ລວມຍອດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ລົງທະບຽນໃໝ່, ຂຶ້ນການປະກອບທຶນ, ຊື້ຫຸ້ນຂອງນັກລົງທຶນຕ່າງປະເທດເພີ່ມຂຶ້ນຕື່ມອີກ ແມ່ນ 30,8 ຕື້ໂດລາສະຫະລັດ.

ຕາມນັ້ນແລ້ວ, ຄິດໄລ່ມາຮອດວັນທີ 20 ພະຈິກ, ທົ່ວປະເທດມີກວ່າ 2.710 ໂຄງການໃໝ່ ໄດ້ຮັບການອອກໃບອະນຸຍາດລົງທຶນ ດ້ວຍທຶນຈົດທະບຽນໃໝ່ເກືອບ 15,8 ຕື້ໂດລາສະຫະລັດ. ມີ ໂຄງການລົງທະບຽນ 954 ເທື່ອເພື່ອດັດປັບວົງເງິນລົງທຶນ ດ້ວຍຍອດເງິນທຶນລົງທະບຽນເພີ່ມຂຶ້ນ 7,4 ຕື້ໂດລາສະຫະລັດ.

ຕາມຂົງເຂດການລົງທຶນແລ້ວ, ນັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າໃນ 18 ຂົງເຂດຂະແໜງການ ໃນນັ້ນ, ອຸດສາຫະກຳປຸງແຕ່ງ, ປະດິດສ້າງ ແມ່ນຂົງເຂດທີ່ດຶງດູດຄວາມສົນໃຈຈາກນັກລົງທຶນຕ່າງປະເທດໄດ້ຫຼາຍ; ຂົງເຂດການດຳເນີນທຸລະກິດອະສັງຫາລິມະຊັບຢືນຢູ່ອັນດັບສອງ; ຢືນອັນດັບສາມ ແມ່ນຂົງເຂດຂາຍຍົກ, ຂາຍຍ່ອຍ.

ປັດຈຸບັນມີ 108 ປະເທດ ແລະ ເຂດແຄວ້ນ ມີໂຄງການລົງທຶນຢູ່ ຫວຽດນາມ, ໃນນັ້ນ ຍີ່ປຸ່ນຢືນຢູ່ອັນດັບໜຶ່ງ; ສ.ເກົາຫຼີ ຢືນອັນດັບສອງ, ສິງກະໂປ ຢືນອັນດັບສາມ.

ມາຮອດປັດຈຸບັນ, ນັກລົງທຶນຕ່າງປະເທດ ໄດ້ລົງທຶນເຂົ້າ 59 ແຂວງ, ນະຄອນ; ໃນນັ້ນ ຮ່າໂນ້ຍ ດຶງດູດການລົງທຶນຈາກຕ່າງປະເທດໄດ້ຫຼາຍທີ່ສຸດ ລວມຍອດທຶນຈົດທະບຽນທັງໝົດແມ່ນ 6,3 ຕື້ໂດລາສະຫະລັດ; ຕໍ່ມາແມ່ນນະຄອນ ໂຮ່ຈີມິນ; ຫ໋າຍຟ່ອງ ຢືນອັນດັບສາມ.

ໃນ 11 ເດືອນ, ຫວຽດນາມ ໄດ້ລົງທຶນໄປຍັງ 35 ປະເທດ, ເຂດແຄ້ວນ; ໃນນັ້ນ ນຳໜ້າແມ່ນລາວ; ອົດສະຕາລີ ຈັດຢູ່ອັນດັບສອງ, ສະໂລວາເກຍ ຈັດຢູ່ອັນດັບສາມ, ຕໍ່ມາແມ່ນກຳປູເຈຍ, ກູບາ, ມຽນມາ

ຕອບກັບ

ຂ່າວ/ບົດ​ອື່ນ