16 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ ງານແຂ່ງຂັນກິລາມວຍພື້ນເມືອງ ຫວຽດນາມສາກົນຄັ້ງທີ 4

16 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ ງານແຂ່ງຂັນກິລາມວຍພື້ນເມືອງ ຫວຽດນາມສາກົນຄັ້ງທີ 4 - ảnh 1
ການສະແດງມວຍໃນພິທີໄຂ     (ພາບ: baohanoi)

(vovworld)- ຕອນ​ຄ່ຳ​ວັນ​ທີ 24/7, ງານ​ແຂ່ງຂັນ​ກິລາ​ມວຍ​ພື້ນ​ເມືອງ​ຫວຽດນາມ​ສາກົນ​ຄັ້ງ​ທີ 4 ປີ 2014 ​ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ນະຄອນ​ໂຮ່ຈິ​ມິນ. ​ເຂົ້າ​ຮ່ວມ ງານ​ແຂ່ງຂັນ​ກິລາ​ມວຍ​ພື້ນ​ເມືອງ​ຫວຽດນາມ​ສາກົນ​ຄັ້ງນີ້ ມີ​ນັກ​ມວຍ, ຄູ່​ເຝິກມວຍ 2000 ກວ່າ​ຄົນ​ທີ່​ມາ​ຈາກ 25 ຄະນະ​ນັກ​ມວຍ​ຂອງ 16 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ ພ້ອມ​ກັບ 17 ​ແຂວງ, ນະຄອນ​ຂອງ​ຫວຽດນາມ. ທ່ານ​ເລ​ກິມຮ່ວາ ຮອງ​ປະທານ​ສະຫະພັນກິລາ​ມວຍ​ພື້ນ​ເມືອງ​ຫວຽດນາມ​​ໃຫ້​ຮູ້​ວ່າ ງານ​ແຂ່ງຂັນ​ກິລາ​ມວຍ​ພື້ນ​ເມືອງ​ຫວຽດນາມ​ສາກົນ​ຖືກ​ຈັດ​ຂຶ້ນ ​ເພື່ອ​ເປັນ​ການ​ສ້າງ​ໂອກາດ​ໃຫ້​ແກ່​ບັນດາ​ນັກ​ມວຍ​ທັງ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ສາກົນ​ໄດ້​ພົບ​ປະ​ແລກປ່ຽນ, ຖອກ​ຖອນ​ບົດຮຽນ​ດ້ານ​ເຕັກນິກ ກໍ​ຄື​ລີລາ​ການ​ຕີມວຍ​ພື້ນ​ເມືອງຫວຽດນາມ.

ຂ່າວ/ບົດ​ອື່ນ