17ວິສາຫະກິດຫວຽດນາມເຂົ້າຮ່ວມງານຕະຫລາດນັດFoodexJapan2015

17ວິສາຫະກິດຫວຽດນາມເຂົ້າຮ່ວມງານຕະຫລາດນັດFoodexJapan2015 - ảnh 1
ຮ້ານ​ວາງ​ສະ​ແດງສິນ​ຄ້າ​ຢູ່​ Foodex Japan 2014

ພາບ​ປະ​ກອບ:vov

(vovworld)- ​ວັນ​ທີ 1/3, ສູນ​ສົ່ງ​ເສີມ​ການ​ຄ້າ​ກະ​ສິ​ກຳ, ກະ​ຊວງ​ກະ​ສິ​ກຳ ແລະ​ພັດ​ທະ​ນາ​ຊົນ​ນະ​ບົດ ພ້ອມ​ດ້ວຍ 17 ວິ​ສາ​ຫະ​ກິດ​ເຄື່ອນ​ໄຫ​ວ​ໃນ​ຂົງ​ເຂດ​ດຳ​ເນີນ​ທຸ​ລະ​ກິດ​ ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປາ​ຂອງ​ດົງ ແລະ ສິນ​ໃນ​ນ້ຳ ໄດ້​ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ງານ​​ຕະ​ຫລາດ​ນັດ​ສາ​ກົນ​ກ່ຽວ​ກັບ​ອາ​ຫານ ແລະ ເຄື່ອງ​ດື່ມ ຍີ່​ປຸ່ນ ປີ 2015 ຄັ້ງ​ທີ 40- Foodex Japan 2015 ຢູ່ ແຂວງ Chiba  ປະ​ເທດ​ຍີ່​ປຸ່ນ. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໂຄ​ສະ​ນາ​ເຄື່ອງ​ໝາຍ​ການ​ຄ້າ, ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຂົ້າ​ຕະ​ຫລາດ ຍີ່​ປຸ່ນ ກໍ​ຄື​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊີ. ງານ​ຕະ​ຫລາດ​ນັດ​ດັ່ງ​ກ່າວ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 3-6/3 ແລະ ດຶງ​ດູດ​ບັນ​ດາ​ວິ​ສາ​ຫະ​ກິດ​ມາ​ຈາກ 80 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ພາກ​ພື້ນ​ອາ​ຊີ ດ້ວຍ​ຮ້ານ​ວາງ​ສະ​ແດງ 2800 ຮ້ານ. ທ່ານ ດາວ​ວັນ​ໂຮ່, ຜູ້​ອຳ​ນວຍ​ການ​ສູນ​ສົ່ງ​ເສີມ​ການ​ຄ້າ​ກະ​ສິ​ກຳ ໃຫ້​ຮູ້​ວ່າ:

        “ໄລ​ຍ​ະ​ຈະ​ມາ​ເຖິງ,ສູນ​ຈະ​ຍູ້​ແຮງ​ການ​ສົ່ງ​ເສີມ​ການ​ຄ້າ​ເຂົ້າ​ບັນ​ດາ​ຕະ​ຫລາດຮຽກ​ຮ້ອງຕ້ອງ​ການ​ຄຸນ​ນະ​ພາບ​ສິນ​ຄ້າ​ສູງ ​ຄື: ອາ​ເມ​ລິ​ກາ, ອີ​ຢູ, ຍີ່​ປຸ່ນ . ແລະ ຄາດ​ວ່າ​ໃນ​ປີນີ້ ຈະ​ສົ່ງ​ເສີມ​ການ​ຄ້າ​ເຂົ້າ​ຕະ​ຫລາດ ລັດ​ເຊຍ, ອິນ​ເດຍ. ຫວັງ​ວ່າ ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ກະ​ຊວງ​ກະ​ສິ​ກຳ ແລະ ກະ​ຊວງ​ການ​ຄ້າ ອຸດ​ສາ​ຫະ​ກຳ, ໄລ​ຍະ​ຈະ​ມາ​ເຖິງ ຈະ​ມີ​ຫລາຍ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປາ​ຂອງ​ດົງ ແລະ ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ ໄດ້​ສົ່ງ​ໄປ​ຂາຍ​ຢູ່​ບັນ​ດາ​ຕະ​ຫລາດ​ສາ​ກົນ ເພື່ອ​ຍົກ​ສູງວົງ​ເງິນ​ສົ່ງ​ອອກ, ຈຳ​ຫນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ​ແບບ​ຍືນ​ຍົງ.”

 

ຂ່າວ/ບົດ​ອື່ນ