2 ເດືອນຕົ້ນປີ,ຫວຽດນາມດຶງດູດເງິນລົງທຶນຈາກຕ່າງປະເທດບັນລຸ3,4ຕື້USD

2 ເດືອນຕົ້ນປີ,ຫວຽດນາມດຶງດູດເງິນລົງທຶນຈາກຕ່າງປະເທດບັນລຸ3,4ຕື້USD - ảnh 1
(ພາບ​ປະ​ກອບ: thanglong.chinhphu.vn)

(vovworld) - ຕາມ​​ກະ​ຊວງແຜນ​ການ ແລະ ການ​ລົງ​ທຶນ, ໃນ 2 ເດືອ​ນ​ຕົ້ນ​ປີ, ​ການ​ດຶງ​ດູດຍອດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ທີ່​ຈົດ​ທະ​ບຽນ​ສະ​ໜອງ​ໃໝ່, ເພີ່ມ​ເຕີ່ມ ແລະ ປະ​ກອບທຶນ​ຊື້​ຫຸ້ນ​ຂອງ​ທົ່ວ​ປະ​​ເທດ​ບັນ​ລຸ 3,4 ຕື້ USD, ເພີ່ມ​ຂຶ້ນ 21,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ຂອງ​ປີ 2016. ໄລ​ຮອດ​ເດືອນ 02, ໄດ​້​ມີ 116 ປະ​ເທດ ແລະ ເຂດ​ແຄ້ວນ​ມີ​ການ​ລົງ​ທຶນ​ເຂົ້​າ​ຫວຽດ​ນາມ, ໃນ​ນັ້ນ​ຢືນ​ແຖວ​ໜ້າ​ແມ່ນ​ສ.ເກົາ​ຫຼີ ດ້ວຍຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ແມ່ນ 51 ຕື້ USD (ກວ​ມ​ເອົາ 16% ຍອດ​ຈຳ​ນວນເງິນ​ລົງ​ທຶນ). ນະ​ຄອນ​ໂຮ່​ຈິ​ມິນ​ ແມ່ນ​ທ້ອງ​ຖິ່ນ​ນຳ​ໜ້າ​ໃນ​ການ​ດຶງດ​ູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ດ້ວຍ​ຈຳ​ນວນ​ເງິນ​ລົງ​ທຶນ 45,4 ຕື້ USD(ກວ​ມ​ເອົາ 15,2% ຍອດຈຳ​ນວນ​ເງິນ​ລົງ​ທຶນ).

ຂ່າວ/ບົດ​ອື່ນ