20 ກອງປະຊຸມຂັ້ນສູງ ພາສາ ຝຣັ່ງ ຄັ້ງທີ 7 ຢູ່ ຫວຽດນາມ - ຄວາມຊົງຈຳ ແລະ ແງ່ຫວັງ

(VOVWORLD) - ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່າກິມງອັກ ຕີລາຄາສູງຜົນງານຂອງກອງປະຊຸມຂັ້ນສູງພາສາ ຝຣັ່ງ ຄັ້ງທີ 7
 
20 ກອງປະຊຸມຂັ້ນສູງ ພາສາ ຝຣັ່ງ ຄັ້ງທີ 7 ຢູ່ ຫວຽດນາມ - ຄວາມຊົງຈຳ ແລະ ແງ່ຫວັງ - ảnh 1 ກອງປະຊຸມສຳມະນາາສະເຫຼີມສະຫຼອງ “ກອງປະຊຸມຂັ້ນສູງພາສາ ຝຣັ່ງ ຄັ້ງທີ 7 ຄົບຮອບ 20 ປີ”

ວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງກອງປະຊຸມສຳມະນາສະເຫຼີມສະຫຼອງ “ກອງປະຊຸມຂັ້ນສູງພາສາ ຝຣັ່ງ ຄັ້ງທີ 7 ຄົບຮອບ 20 ປີ” ຢູ່ ຫວຽດນາມ (1997 – 2017) ດ້ວຍຫົວຂໍ້ “ຄວາມຊົງຈຳ ແລະ ແງ່ຫວັງ”.

        ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່າກິມງອັກ ຕີລາຄາສູງຜົນງານຂອງກອງປະຊຸມຂັ້ນສູງພາສາ ຝຣັ່ງ ຄັ້ງທີ 7, ກໍ່ຄືບັນດາການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ການພັດທະນາຂອງອົງການສາກົນພາສາ ຝຣັ່ງ:

        “ກອງປະຊຸມຂັ້ນສູງ ພາສາ ຝຣັ່ງ ຄັ້ງທີ 7 ຢູ່ ຫວຽດນາມ ແມ່ນກາລະໂອກາດບໍ່ເຄີຍມີມາກ່ອນສຳລັບ ຫວຽດນາມ ເພື່ອແນະນຳກ່ຽວກັບປະເທດ ຫວຽດນາມ  ປ່ຽນແປງໃໝ່, ພັດທະນາ ແລະ ເຊື່ອມໂຍງ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ໃນປະຊາຄົມ.”

        ກອງປະຊຸມຂັ້ນສູງຄັ້ງທີ 7 ອົງການສາກົນພາສາ ຝຣັ່ງ ໄດ້ດຳເນີນແຕ່ປີ 1997, ຢູ່ຮ່າໂນ້ຍ. ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການ ຮ່າໂນ້ຍ ເນັ້ນໜັກ ເຖິງການພົວພັນບໍ່ສາມາດຕັດແຍກອອກຈາກກັນໄດ້ລະຫວ່າງສັນຕິພາບ ແລະ ການພັດທະນາ, ລະຫວ່າງການເຕີບໂຕເສດຖະກິດ, ຄວາມກ້າວໜ້າທາງສັງຄົມ ແລະ ການພັດທະນາແບບຍືນຍົງ.

        ກອງປະຊຸມສຳມະນາສະເຫຼີມສະຫຼອງ “ກອງປະຊຸມຂັ້ນສູງພາສາ ຝຣັ່ງ ຄັ້ງທີ 7 ຄົບຮອບ 20 ປີ” - ຄວາມຊົງຈຳ ແລະ ແງ່ຫວັງລວມມີ 2 ວາລະປຶກສາຫາລື ກ່ຽວກັບໄລຍະທາງແຫ່ງການພັດທະນາ 20 ປີຜ່ານມາຂອງພາສາ ຝຣັ່ງ ໃນພາກພື້ນ; ບັນດາຂໍ້ສະເໜີເພື່ອພັດທະນາ ພາສາຝຣັ່ງ ໃນພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ