22 ປະເທດແລະເຂດແຄ້ວນເຂົ້າຮ່ວມງານວາງສະແດງສາກົນ Vietbuid ຮ່າໂນ້ຍ 2018

(VOVWORLD) -ງານວາງສະແດງສາກົນ Vietbuid ຮ່າໂນ້ຍ 2018 ຄັ້ງທີ 3 ດ້ວຍຫົວຂໍ້ວ່າ “ອະສັງຫາລິມະຊັບ - ເຄື່ອງຕົບແຕ່ງພາຍໃນ, ພາຍນອກ - ສະຖາປະນິກ - ກໍ່ສ້າງ ແລະ ວັດສະດູກໍ່ສ້າງ” ຈະດຳເນີນໃນລະຫວ່າງວັນທີ 23 – 27 ພະຈິກ, ຢູ່ຫໍວາງສະແດງສະຖາປະນິກ, ວາງແຜນຜັງ ແລະ ກໍ່ສ້າງແຫ່ງຊາດ ທີ່ຮ່າໂນ້ຍ.
22 ປະເທດແລະເຂດແຄ້ວນເຂົ້າຮ່ວມງານວາງສະແດງສາກົນ Vietbuid ຮ່າໂນ້ຍ 2018 - ảnh 1 (ກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 19 ພະຈິກ, ຢູ່ຮ່າໂນ້ຍ)

ງານວາງສະແດງໂດຍມີ 1.600 ຮ້ານວາງສະແດງຂອງ 450 ວິສາຫະກິດ ທີ່ມາຈາກ 22 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ. ນອກນັ້ນ, ໃນຂອບເຂດງານວາງສະແດງ ຍັງຈະດຳເນີນເວທີປາໄສວິສາຫະກິດຂະແໜງກໍ່ສ້າງອີກດ້ວຍ. ນັ້ນແມ່ນຂໍ້ມູນຈາກຄະນະຈັດຕັ້ງທີ່ກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 19 ພະຈິກ, ຢູ່ຮ່າໂນ້ຍ ທີ່ນຳສະເໜີກ່ຽວກັບງານວາງສະແດງສາກົນ Vietbuid ຮ່າໂນ້ຍ 2018 ຄັ້ງທີ 3.

ຕອບກັບ

ຂ່າວ/ບົດ​ອື່ນ