496 ທ່ານໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14

496 ທ່ານໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14 - ảnh 1
ການ​ປະຊຸມ​ຂ່າວ​ພາຍ​ໃນ ​ແລະ ຕ່າງປະ​ເທດ
ປະກາດ​ມະຕິ​ຜົນ​ຂອງ​ການ​ເລືອກ​ຕັ້ງ ​
(ພາບ: ຢາງຮູຍ)

(vovworld) - ຕອນ​ບ່າຍ​ວັນ​ທີ 9/6, ຢູ່ ຮ່າ​ໂນ້ຍ, ທີ່​ການ​ປະຊຸມ​ຂ່າວ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ໂດຍ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຈັດ​ຕັ້ງ, ຫົວໜ້າ​ຄະນະ​ວຽກ​ງານ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ເຈິ່ນວັນ​ຕູ໋ຍ ​ໄດ້​ປະກາດ​ມະຕິ​ຜົນ​ຂອງ​ການ​ເລືອກ​ຕັ້ງ ​ແລະ ບັນຊີ​ລາຍ​ຊື່​ບັນດາຜູ້ໄດ້​ຮັບ​ເລືອກ​ຕັ້ງເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14. ຕາມ​ນັ້ນ​ແລ້ວ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ການປ່ອນ​ບັດ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ໄລຍະ 2016-2021, ​ໃນ​ວັນ​ທີ 22/5/2016 ​ແມ່ນ 67 ລ້ານ​ກວ່າ​ຄົນ, ກວມ 99,35%. ຈຳນວນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແມ່ນ 870 ທ່ານ, ຈຳນວນຜູ້​ໄດ້​ຮັບ​ເລືອກ​ຕັ້ງ​ເປັນສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແມ່ນ 496 ທ່ານ.

        ກ່າວ​ຄວາມ​ເຫັນ​ສິ້ນ​ສຸດ​ການ​ປະຊຸມ​ຂ່າວ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຟຸ່ງກວົກຫຽນ ຊີ້​ແຈ້ງວ່າ, ການ ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນໄລຍະ 2016-2021 ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ຮັບປະກັນ​ປະຊາທິປະ​ໄຕ, ສະ​ເໝີ​ພາບ, ຖືກຕ້ອງ​ຕາມ​ກົດໝາຍ, ປອດ​ໄພ, ປະຢັດ ​ແລະ ​ເປັນ​ວັນ​ບຸນ​ຂອງ​ທົ່ວ​ປວງ​ຊົນ​ຢ່າງ​ແທ້​ຈິງ. ພາຍຫຼັງ​ປະກາດ​ໝາກຜົນ, ສະພາ​​ເລືອກ​ຕັ້ງ​ແຫ່ງ​ຊາດ​ຈະ​ພິຈາລະນາ, ​ແກ້​ໄຂ​ຄຳ​ຮ້ອງທຸກກ່ຽວ​ກັບ​ຜົນ​ການ​ເລືອກ​ຕັ​້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 (ຖ້າ​ມີ) ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ ​ແລະ ດຳ​ເນີນ​ການ​ກວດກາ, ຢັ້ງຢືນ​ຖານະ​ຂອງຜູ້ ໄດ້​ຮັບ​ເລືອກ​ຕັ້ງເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ ​ແລະ ລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນຄັ້ງ​ປະຖົມມະ​ເລີກ.

 

 

 

ຂ່າວ/ບົດ​ອື່ນ