50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ

(VOVWORLD) - ຕອນເຊົ້າວັນທີ 10 ພຶດສະພາ, ຄະນະໂຄສະນາສຶກສາຄະນະພັກແຂວງ ເຊີນລາ ໄດ້ສົມທົບກັບສະມາຄົມສົ່ງເສີມການສຶກສາແຂວງ ເຊີນລາ ຈັດຕັ້ງກອງປະຊຸມສຳມະນາ: “50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ - ຍູ້ແຮງພາລະກິດ “ກໍ່ສ້າງຄົນ” ເພື່ອຜົນປະໂຫຍດຂອງປະເທດຊາດ”.
50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ - ảnh 1(ພາບປະກອບ/TTXVN) 

        ກອງປະຊຸມສຳມະນາໄດ້ຮັບບົດປະກອບຄຳເຫັນກ່ວາ 30 ບົດຈາກບັນດາສາດສະດາຈານ, ປະລິນຍາເອກ, ບັນດາພະນັກງານໃນຂະແໜງການຕ່າງໆ, ບັນດານັກວິທະຍາສາດ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ ມາຍທູເຮືອງ, ກຳມະການຄະນະປະຈຳຄະນະພັກແຂວງ, ຫົວໜ້າຄະນະໂຄສະນາສຶກສາຄະນະພັກແຂວງ ເຊີນລາ ຊີ້ແຈ້ງວ່າ:

        “ກອງປະຊຸມສຳມະນາຄັ້ງນີ້ ແມ່ນເວທີປາໄສເພື່ອໃຫ້ບັນດາອົງການສຳນັກງານ, ກົມກອງ, ບັນດານັກວິທະຍາສາດ ພ້ອມກັນແບ່ງປັນຄຳຄິດຄຳເຫັນຢ່າງກົງໄປກົງມາ, ສຸດອົກສຸດປາຍ, ວິທະຍາສາດ, ບັນດາບົດຮຽນ, ວິທີເຮັດທີ່ດີໃນຂັ້ນຕອນການປະຕິບັດງານ, ຄົ້ນຄວ້າກ່ຽວກັບພາລະກິດ “ກໍ່ສ້າງຄົນ” ເພື່ອຜົນປະໂຫຍດຂອງປະເທດຊາດ ຕາມຄຳພິໄນກຳຂອງປະທານ ໂຮ່ຈີມິນ. ພ້ອມທັງ, ຢັ້ງຢືນລັກສະນະຍຸກສະໄໝ, ລັກສະນະຄຸນຄ່າດ້ານແນວຄິດຂອງຄຳພິໄນກຳຂອງປະທານ ໂຮ່ຈີມິນ ແລະ ບັນດາຜົນງານອັນໃຫຍ່ຫລວງໃນພາລະກິດການສຶກສາ ເຊິ່ງແຂວງ ເຊີນລາ ກໍ່ຄືແຂວງຕ່າງໆບັນລຸໄດ້ໃນໄລຍະຜ່ານມາ.”

ຕອບກັບ

ຂ່າວ/ບົດ​ອື່ນ