7 ເດືອນຂອງປີ 2017, ຫວຽດນາມ ດຶງດູດເກືອບ 22 ຕື້ USD FDI

(VOVWORLD) -  ຕາມກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ໄລ່ລວມ 7 ເດືອນຜ່ານມາ, ຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ຈົດທະບຽນໃໝ່, ເພີ່ມຂຶ້ນ ແລະ ປະກອບທຶນ, ຊື້ຫຸ້ນສ່ວນບັນລຸເກືອບ 22 ຕື້ USD, ເພີ່ມຂຶ້ນ 52% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ
7 ເດືອນຂອງປີ 2017, ຫວຽດນາມ ດຶງດູດເກືອບ 22 ຕື້ USD FDI - ảnh 1 (ພາບປະກອບ)

ທຶນປ່ອຍເງິນຄາດວ່າບັນລຸກ່ວາ 9 ຕື້ USD, ເພີ່ມຂຶ້ນເກືອບ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ປະຈຸບັນ ບັນດານັກລົງທຶນຕ່າງປະເທດ ໄດ້ລົງທຶນເຂົ້າ 18 ຂົງເຂດ, ໃນນັ້ນ ອຸດສາຫະກຳການປຸງແຕ່ງ, ປະດິດສ້າງແມ່ນຂົງເຂດດຶງດູດໄດ້ເກືອບ 11 ຕື້ USD, ກວມກ່ວາ 49% ຍອດຈຳນວນເງິນລົງທຶນຈົດທະບຽນ. ໃນ 7 ເດືອນຜ່ານມາ, ສ.ເກົາຫຼີ ແມ່ນປະເທດນຳໜ້າໃນ 98 ປະເທດ ແລະ ເຂດແຄ້ວນທີ່ມີໂຄງການລົງທຶນຢູ່ ຫວຽດນາມ ດ້ວຍຈຳນວນທຶນກ່ວາ 5,6 ຕື້ USD, ກວມເກືອບ 26% ຍອດຈຳນວນເງິນລົງທຶນ.  ຖັດຈາກ ສ.ເກົາຫຼີ ແມ່ນ ຍີ່ປຸ່ນ, ສິງກະໂປ.

        ຕາມຄວາມຮັບຮູ້ຂອງນັກຊ່ຽວຊານເສດຖະກິດແລ້ວ, ຫວຽດນາມ ຍັງແມ່ນສະຖານທີ່ດຶງດູດຂອງນັກລົງທຶນຕ່າງປະເທດ. ຄາດຄະເນວ່າ ການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດປີນີ້ຂອງ ຫວຽດນາມ ສາມາດບັນລຸ 30 ຕື້ USD ແລະ ເງິນລົງທຶນໂດຍກົງຈາກຕ່າງປະເທດຈະບັນລຸປະມານ 18 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ