85 ໂຄງການປົກປັກ ຮັກສາສິ່ງແວດລ້ອມ ໄດ້ຮັບການປະຕິບັດປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຄົມ

85 ໂຄງການປົກປັກ ຮັກສາສິ່ງແວດລ້ອມ ໄດ້ຮັບການປະຕິບັດປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຄົມ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 24/10, ສະຫະ​ພັນ​ບັນດາ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກ​ຫວຽດນາມ ສົມທົບ​ກັບ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ສະ​ຫຼຸບ 10 ​ປີແຫ່ງ​ການ​ປະຕິບັດ​ກາ​ນສົມທົບ​ກັນ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມຮັບ​ໃຊ້​ການ​ພັດທະນາ​ຢ່າງ​ໝັ້ນຄົງ, ​ໃນ 10 ປີຜ່ານມາ​ໄດ້​ມີ 85 ​ໂຄງການ​ສິ່ງ​ແວດ​ລ້ອມໄດ້​ຮັບ​ການ​ປະຕິບັດ ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາ​ຄົມ​ໃນ​ວຽກ​ງານ​ປົກ​ປັກ​ຮັກສາ​ສິ່ງ​ແວ​ດລ້ອມ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ​້ອມ ບໍ່​ພຽງ​ແຕ່​ລະດົມ​​ໄດ້ແຫຼ່ງການ​ເງິນ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ໂຄສະ​ພາ​ພາບ​ພົດ​ປະ​ເທດ​ຫວຽດນາມ ອີກ​ດ້ວຍ, ຢືນຢັນ​ການ​ເຂົ້າ​ຮ່ວມ​ຂອງ​ວົງ​ການ​ນັກວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໃນ​ການ​ແກ້​ໄຂ​ບັນດາ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ໃນ​ພາກ​ພື້ນ ​ແລະ ຢູ່​​ໃນ​ໂລກ. ​​​ໄລ່ແຕ່​ປີ 2005 ມາ​ຮອດ​ປະຈຸ​ບັນ, ຄິດ​ສະ​ເລ່ຍ​ແຕ່ລະ​ປີ, ສະຫະພັນສະມາຄົມ​​ລະດົມ​ໄດ້​ຈຳນວນ​ເງິນ​ແຕ່ 2 – 3 ລ້ານ USD ​​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ການ​ປ່ຽນ​ແປງຂ​ອງດິນ​ຟ້າ​ອາກາດ.

ຂ່າວ/ບົດ​ອື່ນ