ADB ພ້ອມແລ້ວທີ່ຈະ ໜູນຊ່ວຍຫວຽດນາມໃນ ການພັດທະນາເສດ ຖະກິດ-ສັງຄົມ


ADB ພ້ອມແລ້ວທີ່ຈະ ໜູນຊ່ວຍຫວຽດນາມໃນ ການພັດທະນາເສດ ຖະກິດ-ສັງຄົມ - ảnh 1

(ພາບ: Nguyễn Khang – TTXVN )

(vovworld) –​​​​ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ Takehiko Nakao ປະທານ​ທະນາຄານ​ພັດທະນາ​ອາຊີ (ADB) ຊື່​ງພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ​ນັ້ນ, ຕອນ​ບ່າຍວັນ​ທີ 18/9, ທ່ານປະທານປະ​ເທດ​ເຈືອງ​ເຕິ​ນຊາງ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ ADB ຢູ່​ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ. ທ່ານ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຂອງ ADB ດ້ານທຶນຮອນ, ​ເປັນ​ທີ່​ປຶກສາ​ດ້ານ​ນະ​ໂຍບາຍ, ບຳລຸງ​ສ້າງ​ຖັນ​ແຖວ​ກຳມະກອນ​ມີ​ສີມື​ສູງ, ພັດທະນາ​ກະສິກຳ ​ແລະ ບາງ​ຂົງ​ເຂດ​ບຸລິມະສິດ​ພັດທະນາ​ຂອງ​ຫວຽດນາມ.

  ທ່ານປະທານ​ທະນາຄານ​ພັດທະນາ​ອາຊີ Takehiko Nakao ຕີ​ລາຄາ​ສູງ​ບັນດາ​ມາດ​ຕະການ​ຂອງ​ຫວຽດນາມ ​ໃນ​ການ​ຫລຸດຜ່ອນ​ໄພ​ເງິນ​ເຟີ້, ປະຕິ​ຮູບ​ລັດ​ວິ​ສາ​ຫະກິດ, ຟື້ນ​ຟູ​ການ​ເຕີບ​ໂຕ, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ທ່ານ Takehiko Nakao ​ໃຫ້​ຮູ້​ວ່າ: ADB ປາດ​ຖະໜາຢາກ​ສືບ​ຕໍ່​ປະກອບ​ຫຼາຍ​ກ່ວາ​ອີກ​ເຂົ້າການ​ການ​ພັດທະນາ​ຂອງ​ຫວຽດນາມ. ທ່ານ​ສະ​ເໜີ​ຫວຽດນາມ ຕ້ອງ​ສືບ​ຕໍ່​ຊຸກຍູ້ ​ແລະ ປະຕິບັດ​ລະບຽບ​ການການ​ປ່ອຍ​ບັນດາ​ແຫຼ່ງທຶນ​ຂອງ ADB ຢ່າງ​ໄວວາ ​ແລະ ທ່ານ​ຢືນຢັນ​ວ່າ ADB ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ວິວັດ​ການ​ພັດທະນາ./.

ຂ່າວ/ບົດ​ອື່ນ