ASEAN Roadshow - ການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ,ທ່ອງທ່ຽວອາຊຽນແລະສ.ເກົາຫຼີ

ASEAN Roadshow - ການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ,ທ່ອງທ່ຽວອາຊຽນແລະສ.ເກົາຫຼີ - ảnh 1
ລາຍການ “ASEAN Roadshow”
(ພາບ: Vietnam+)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 05 – 14/11, ສູນ​ອາ​ຊຽນ - ສ.​ເກົາຫຼີ ​ໄດ້​ຈັດ​ລາຍການ “ASEAN Roadshow” ​ເພື່ອ​​​ແນ​ໃສ່​ເພີ່​ມທະ​ວີ​ຄວາມ​ເຈ​ົ້າ​ໃຈ​ກ່ຽວ​ກັບ​ວັດທະນະທຳ ​ແລະ ການທ່​ອງທ່ຽວ​ຂອງ​ບັນດາ​ປະ​ເທດ​ອາຊຽນ ​ໃຫ້​​ມວນ​ຊົນ​ສ.​ເກົາຫຼີ, ຜ່ານ​ນັ້ນ​ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ ​ແລະ ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້. ຕາມ​​ແຜນການ, ບັນດາ​ລົດ​ທ່​ອງທ່ຽວ​ມີ​ຊື່​ອາ​ຊຽນ ຈະ​ເລ່ີ່ມ​ເດີນທາງ​ຈາກ​ນະຄອນຫຼວງ​ເຊີ​ອຸ່ນ, ​ໄປ​ຜ່ານ​ບັນດາ​ນະຄອນ​ໃຫຍ່​ຂອງ​ສ.​ເກົາຫຼີ ​ແມ່ນ Busan ​ແລະ Gwangju. ຢູ່​ແຕ່​​ລະແຫ່ງ, ຄະນະ​ຈັດ​ຕັ້ງ​ ຈະຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຕ່າງໆກ່ຽວ​ກັບ​ວັດທະນະທຳ​ອາຊຽນ ​ໃຫ້​​​ມວນ​ຊົນ​ສ.​ເກົາຫຼີ ຄື: ສາຍວີ​ດີ​ໂອ ​​ໂຄສະນາ​ບັນດາ​ສະຖານ​ທີ່​ວັດທະ​ນະ​ທຳ ​ແລະ ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ຊຽນ, ​ເຂົ້າ​ຮ່ວມ​ການ​ລະ​ຫຼີ້ນ, ຮັບ​​ເອກະສານ​ໂຄສະນາ​ການທ່ອງທ່ຽວ​ຂອງ​ອາ​ຊຽນ...​ ​

      ກ່າວ​ຄຳ​ເຫັນທີ່​ພິທີ​ປຸກລະດົມລາຍການ “ASEAN Roadshow” ​ໃນ​ວັນ​ທີ 05/11, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ສ.​ເກົາ​ຫຼີ ຟ້າ​ມຮີວຈິ໋ ​ເຊື່ອ​ໝັ້ນ​ວ່າ, ການ​ໂຄສະນາ​ຄັ້ງ​ນີ້ ຈະ​ຊ່ວຍ​ໃຫ້​ມວນ​ຊົນ​ສ.​ເກົາຫຼີ ມີ​ຄວາມ​ຮູ້​ກ່ຽວ​ກັບ “ອາ​ຊຽນ ​ທີ່​ເປັນ​ເອກະ​ພາບ​ໃນ​ຫຼາຍ​ຮູບ​ຫຼາຍ​​ແບບ”, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ວັດທະນະທຳ ​ແລະ ການທ່ອງທ່ຽວ.

ຂ່າວ/ບົດ​ອື່ນ