BIDV ສ້າງຕັ້ງໜ່ວຍງານ ປະຈຳສະຫະພັນລັດເຊຍ

BIDV ສ້າງຕັ້ງໜ່ວຍງານ ປະຈຳສະຫະພັນລັດເຊຍ - ảnh 1
(BIDV ສ້າງຕັ້ງໜ່ວຍງານປະຈຳສະຫະພັນລັດເຊຍ)

(vovworld) – ກ່ອນການ​ຢ້ຽມຢາມຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ, ວັນ​ທີ 22/11, ຢູ່​ສູນວັດ​ທະນະ​ທຳ - ການ​ຄ້າ - ​ໂຮງ​ແຮມ ຮ່າ​ໂນ້ຍ - ມົດສກູ ທີ່ນະຄອນຫຼວງ ມົດສກູ, ທະນາຄານ​ການ​ຄ້າຮຸ້ນ​ສ່ວນ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ (BIDV) ​ໄດ້​ຈັດ​ພິທີ​ປະກາດ​ສ້າງ​ຕັ້ງ ​ແລະ ສະ​ເໜີ​ຕົວໜ່ວຍ​​ງານເຄື່ອນ​ໄວ​ຢູ່​ຕະຫຼາດ​ສະຫະພັນ​ລັດ​ເຊຍ.

        ​ໜ່ວຍ​​ງານ​ຂອງ BIDV ປະຈຳ​ສະຫະພັນ​ລັດ​ເຊຍ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເພື່ອ​ແນ​ໃສ່​ຍູ້​ແຮງການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ການ​ຄ້າ​ລະຫວ່າງ 2 ປະ​ເທດ, ​​ເຮັດ​ແນວ​ໃດໃຫ້​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົມຊ້ອນ ​ແລະ ການ​ພົວພັນ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປ​ະ​ເທດ, ດ້ວຍ​ບົດບາດ​ຕົ້ນ​ຕໍ່​ແມ່ນ: ຜັນ​ຂະຫຍາຍ​ບັນດາ​ການ​ສົ່ງ​ເສີມ​ການ​ລົງທຶນ, ການ​ຄ້າ ໜູນ​ຊວ່ຍນັກ​ລົງທຶນ, ວິ​ສາ​ຫະກິດຫວຽດນາມ ທີ່​ສົ່ງ​ອອກສິນຄ້າ, ລົງທຶນ​ຢູ່​ລັດ​ເຊຍ; ສ້າງ​ຕັ້ງ​ການ​ພົວພັນ​ກັບ​ບັນດາທະນາຄານ​ຄູ່​ຮ່ວມ​ມື​ລັດ​ເຊຍ…

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສສ.ຫວຽດນາມ ປະຈຳ​ລັດ​ເຊຍ ຫງວຽນ​ແທງ​ເຊີນ ​​ຢືນຢັນ​ວ່າ.

        “ຂ້າພະ​ເຈົ້າ​ຖື​ວ່າ ທະນາຄານ BIDV ​ແມ່ນ​ໜຶ່ງ​​ໃນ​ບັນດາ​ທະ​ນາ​ການ​ນຳ​ໜ້າ​ຂອງ​ລັດ​ຫວຽດນາມ, ​ໄດ້​ມີ​ບາດກ້າວ​ບຸກທະລຸ​ໃນ​ການ​ຮ່ວມ​ມື​ກັບ​ສາກົນ. ຂ້າພະ​ເຈົ້າ​ຖື​ວ່າ ການ​ຮ່ວມ​ມື​ກັບ​ສະຫະພັນລັດ​ເຊຍ ຄັ້ງ​ນີ້ ດ້ວຍ​ບາດກ້າວ​ບຸກທະລຸນີ້, ບັນດາ​ວິ​ສາ​ຫະກິດ​ຂອງ​ພວກ​ເຮົາ​ຈະ​ມີ​ເງື່ອນ​ໄຂ​ເພື່ອ​ສຳ​ພັດ​ກັບ​ບັນດາ​ແຫຼ່ງທຶນ, ​ເປີດ​ກວ້າງ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ມີ​ເງື່ອນ​ໄຂ​ເພື່ອ​ຮ່ວມ​ສຳພັນກັບ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ”
ຂ່າວ/ບົດ​ອື່ນ