EIU:ເສດຖະກິດຫວຽດນາມສືບຕໍ່ທີ່ຟື້ນຟູ

EIU:ເສດຖະກິດຫວຽດນາມສືບຕໍ່ທີ່ຟື້ນຟູ - ảnh 1
ພາບປະກອບຈາກ Trần Việt - TTXVN

(vovworld) - ​ ວັນ​ທີ 30/1 ພາກສ່ວນຄາດ​ຄະ​ເນ, ​ໄຈ້​ແຍກ ​ແລະ ​ໃຫ້​ຄຳ​ປຶກສາ​ຄວາມ​ສ່ຽງ (EIU) ຂອງ​ລາຊະ​ອານາຈັກ​ອັງກິດ, ຖື​ວ່າ, ພື້ນຖານ​ເສດຖະກິດ​ຫວຽດນາມ​ໃນ​ປີ 2015ຍັງ​ຄົງ​ສືບ​ຕໍ່​ທ່າ​ຟື້ນ​ຟູ​ຢ່າງ​ແຮງ. ຂໍ້​ສັງ​ເກດ​ດັ່ງກ່າວຖືກ EIU ຍົກ​ອອກ​ມາ ​ໂດຍ​ອີງ​ຕາມ​ຕົວ​ເລກ​ຫລ້າ​ສຸດ​ຂອງ​ກົມ​ໃຫຍ່​ສະຖິຕິ​ຫວຽດນາມ.

EIU ຄາດ​ຄະ​ເນ​ວ່າ​ເສດຖະກິດ​ຫວຽດນາມ​ສືບ​ຕໍ່​ເຕີບ​ໂຕ​ຢ່າງ​ແຮງ​ໃນ​ໄລຍະ​ຈະ​ມາ​ເຖິງ. ການສົ່ງ​ອອກຍັງ​ກວມ​ອັດຕາ​ສ່ວນ​ຫຼາຍ​ໃນ​ອົງ​ປະກອບ GDP ຂອງ​ຫວຽດນາມ. ​ໄພ​ເງິນ​ເຟີ້​, ລາຄາ​ໃຊ້​ສອຍສືບ​ຕໍ່​ໄດ້​ຮັບ​ການ​ຄວບ​ຄຸມ​ເປັນ​ຢ່າງ​ດີ​ໃນ​ໄລຍະ​ຈະ​ມາ​ເຖິງ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ປັບປຸງ​ນະ​ໂຍບາຍ​ເງິນຕາ​ໃຫ້​ເໝາະ​ສົມ. ​ແລະ​ກໍ່ຕາມ EIU, ປີ 2015 ກໍ່​ຈະ​ເຫັນ​ປະຈັກ​ຕາ​ສັນຍານ​ທີ່​ຕັ້ງໜ້າ​ສຳລັບ​ພື້ນຖານ​ເສດຖະກິດ​ອາ​ເມ​ລິ​ກາ ​ແລະ ພື້ນຖານ​ເສດຖະກິດ​ສະຫະພາບ​ເອີ​ລົບ - ​ເຊິ່ງ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ສິນຄ້າ​ອັບ​ດັບ​ໜຶ່ງ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ.

 


ຂ່າວ/ບົດ​ອື່ນ