EP ສະໜັບສະໜູນ ການຮັບຮອງລັດ ປາແລດສຕິນ

EP ສະໜັບສະໜູນ ການຮັບຮອງລັດ ປາແລດສຕິນ  - ảnh 1
(ພາບປະກອບ: Getty)

(vovworld) – ດ້ວຍ​ບັດ​ເຫັນ​ດີ 498 ບັດ, ບັດ​ຂາວ 88 ບັດ, ວັນ​ທີ 17/12, ລັດຖະສະພາ​ເອີ​ລົບ (EP) ຮັບຮອງ​ເອົາ​ມະຕິ​ສະບັບ​ໜຶ່ງ​ສະໜັບສະໜູນ​ລັດ​ປາ​ແລດ​ສຕິນ ບົນ​ຫຼັກ​ການ. ນີ້​ແມ່ນ​ການ​ກະທຳ​ມີ​ລັກສະນະ​ປະ​ນິປະນອມ, ບໍ່​ຄືກັນ​ກັບ​ບັນດາ​ອົງການ​ນິຕິບ​ັນຍັດ​ຂອງ​ບາງ​ປະ​ເທດ​ເອີ​ລົບ ທີ່​ສະໜັບສະໜູນ​ການ​ຮັບ​ຮອງ​ລັດ​ປາ​​ແລດສຕິນ ​​ໂດຍ​ທັນທີ. ມະຕິ​​ໄດ້​ເນັ້ນ​ໜັກ​ວ່າ, EP ສະໜັບສະໜູນ​ບົນ​ຫຼັກການ​ຮັບຮອງ​ລັດ​ປາ​ແລດ​ສຕິນ ​ແລະ ມາດ​ຕະການ​ແກ້​ໄຂ 2 ລັດ, ​ແຕ່​ສະ​ແດງ​ຄວາ​ມ​ເຊື່ອ​ໝັ້ນ​ວ່າ ການ​ກະທຳ​ດັ່ງກ່າວຕ້ອງ​ໄປ​ພ້ອມ​ກັບ​ຄວາມ​ຄືບ​ໜ້າ​ໃນ​ການ​​ເຈລະຈາ​ສັນຕິພາບ ​ທີ່​ຕ້ອງ​ການໄດ້​ຮັບ​ການ​ຊຸກຍູ້.

        ກ່ອນ​ໜ້າ​ນັ້ນ, ລັດຖະສະພາ​ບາງ​ປະ​ເທດ​ເອີ​ລົບ​ຄື: ຝລັ່ງ, ອັງກິດ, ​ແອດ​ສປາຍ, ອາຍ​ແລນ ​ແລະ ປອກຕຸຍ​ການ​ກໍ່​ໄດ້​ປ່ອນບັດ​ຮຽກຮ້ອງ​ລັດຖະບານ​ຮັບ​ຮອງລັດ​ປາ​ແລດ​ສຕິນ ​ເພື່ອ​ກໍ່​ຄວາມ​ກົດດັ່ນ, ບັງຄັບ​ໃຫ້​ອິດສຣາ​ແອນ ດຳ​ເນີນ​ວິວັດທະນາ​ການ​ສັນຕິພາບ​ຄືນ​ໃໝ່, ​ໃນ​ຂະນະ​ນັ້ນ, ສະ​ວິດ ​ໄດ້​ຮັບ​ຮອງ​ລັດ​ປາ​ແລດ​ສຕິນ ຢ່າງ​ເປ​ັນທາງ​ການ.

ຂ່າວ/ບົດ​ອື່ນ