EUເຫັນດີເພີ່ມທະວີການເນລະເທດຊາວອົບພະຍົບທີ່ເຂົ້າເມືອງຢ່າງຜິດກົດໝາຍ

EUເຫັນດີເພີ່ມທະວີການເນລະເທດຊາວອົບພະຍົບທີ່ເຂົ້າເມືອງຢ່າງຜິດກົດໝາຍ - ảnh 1
(ພາບປະກອບ: vietnamnet)

(vovworld) – ວັນ​ທີ 08/10, ບັນດາ​ປະ​ເທດ​ສະຫະພາບ​ເອີ​ລົບ (EU) ​ໄດ້​ເຫັນ​ດີເພີ່​ມທະ​ວີ​​ການເນລະ​ເທດ​ຊາວ​ອົບ​ພະ​ຍົບ​ເຂົ້າ​​ເມືອງ​ຢ່າງ​ຜິດ​ກົດໝາຍ, ພ້ອມ​ທັງ​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ສ້າງ​ຕັ້ງ​ກຳລັງ​ຊາຍ​ແດນ​ຮ່ວມ ​ເພື່ອ​ສະກັດ​ກັ້ນ​​ຊາວ​ອົບ​ພະ​ຍົບສືບ​ຕໍ່​ເຂົ້າ​ເຂດ​ນີ້. ສິ້ນ​ສຸດ​ກອງ​ປະຊຸມ, ​ເຊິ່ງດຳ​ເນີນ​ໄປ​ຢູ່ ບຣຸກ​ແຊນ, ປະ​ເທດ​​ແບນ​ຊິກ, ບັນດາ​ລັດ​ຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ EU ​ໄດ​້ອອກ​ຖະ​ແຫຼ​ງ​ການໂດຍ​ຖື​ວ່າ, ຈຳ​ເປັນ​ຕ້ອງ​ມີ​ການ​ກະທຳ​ຢ່າງ​ເດັດດ່ຽວ​ກວ່າ​ສຳລັບ​ຊາວ​ອົບ​ພະຍົບ​ເຂົ້າ​ເມືອງ​ບັນດາ​ປະ​ເທດ​ສະມາຊິກ EU ​ຢ່າງ​ຜິດ​ກົດໝາຍ, ​ໃນ​ນັ້ນ​ມີ​ເລື່ອງ​​ເນລະ​ເທດ​ບັນ​ດາ​ເປົ້າ​ໝາຍ​ນີ້.

        ກອງ​ປະຊຸມ​ກໍ​ປຶກສາ​ຫາລື​ກ່ຽວ​ກັບ​ຂໍ້​ສະ​ເໜີ​ຂອງຝລັ່ງ ສ້າງ​ຕັ້ງ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ EU ​ເພື່ອ​ປົກ​ປັກ​ຮັກສາ​ບັນດາ​ເສັ້ນ​ຊາຍ​ແດນ​ຢູ່​ນອກ​ກຸ່ມ​ນີ້​ຢ່າງ​ມີ​ປະສິດ​ທິຜົນ​ກວ່າ.

ຂ່າວ/ບົດ​ອື່ນ