EVN ຜັນຂະຫຍາຍ ບັນດາໂຄງການນຳຕາໜ່າງ ໄຟຟ້າໄປບັນດາຕາແສງ, ເມືອງເກາະ


 EVN ຜັນຂະຫຍາຍ ບັນດາໂຄງການນຳຕາໜ່າງ ໄຟຟ້າໄປບັນດາຕາແສງ, ເມືອງເກາະ - ảnh 1

(ພາບ: moit.gov.vn )

 (vovworld)- ​ ​ກຸ່ມ​ບໍລິສັດ​ໄຟຟ້າ​ຫວຽດນາມ (EVN) ພວມ​ຕັ້ງໜ້າ​ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ກ່ຽວຂ້ອງ ຮີບ​ເຮັ່ງ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ນຳ​ຕາໜ່າງ​ໄຟຟ້າ​ໄປ​ບັນດາ​ຕາ​ແສງ, ​ເມືອງ​ເກາະ. ນີ້​ແມ່ນ​ໜ້າ​ທີ່​ສຳຄັນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ປະກອບ​ສ່ວນ​ຮັບປະກັນ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ຮັກສາ​ອະທິປະ​ໄຕ​ເຂດ​ໝູ່​ເກາະ​ທະ​ເລ​ອັນ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ. ​ໃນ​ເວລາ​ອີກ 1 ​ເດືອນ, ​ໂຄງການ​ສະໜອງ​ໄຟຟ້າ​ແຫ່ງ​ຊາດ​ໃຫ້​ແກ່​ເມືອງ​ເກາະ​ຫຼີ​ເຊີນ, ​ແຂວງ​ກວາງ​ຫງ້າ​ຍຈະ​ສຳ​ເລັດ. ​ໃນ​ຂະນະ​ນັ້ນ, ບໍລິສັດ​ໃຫ່ຍ​ໄຟຟ້າ​ພາກ​ກາງ ​ແລະ ​ແຂວງ​ກວາງ​ນາມ ກໍ່​ພວມ​ຄົ້ນຄ້ວາ​ວິທີ​ສະໜອງ​ຕາ​ແໜ່າງ​ໄຟຟ້າ​ແຫ່ງ​ຊາດ​ໃຫ້​ແກ່​ເກາະ​ກູ່​ລາວ​ຈ່າມ, ນະຄອນ​ໂຮ້ຍອານ ຊື່​ງຄາດ​ວ່າ​ເດືອນ 9/2015 ຈະ​ສຳ​ເລັດ./.

ຂ່າວ/ບົດ​ອື່ນ