Festival ເຫ້ວ 2014:ລາຍການ“ງານລາຕີ ພະລາຊະວັງ” ທີ່ເປັນ ເອກະລັກສະເພາະ

Festival ເຫ້ວ 2014:ລາຍການ“ງານລາຕີ ພະລາຊະວັງ” ທີ່ເປັນ ເອກະລັກສະເພາະ - ảnh 1
ງານ​ລາຕີ​ພະລາ​ຊະ​ວັງ
(ພາບ: baomoi.com)

(vovworld) – ວັນ​ທີ 16/4, ​ໃນ​ຂອບ​ເຂດ Festival ​ເຫ້ວ 2014 ສືບ​ຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ງານ​ບຸນ ​ແລະ ສີ​ລະ​ປະຕ່າງໆ​ທີ່​ຟົດ​ຟື້ນ​ຄື: ງານ​ຕະຫຼາດນັດ​ປື້​ມ ​ເຟືອງ​ນາມ, ສີ​ລະ​ປະ​ຈັດ​ວາງ ​ແລະ ງານ​ລາຕີ​ຢູ່​ຕາມ​ຖະໜົນ, ງານ​ມະ​ໂຫລານ​ຟ້ອນ​ສາກົນ, ງານ​ມະ​ໂຫລານ​ອາຫານ​ການ​ກິນ​ສາກົນ​.​..​ ​ແລະ ພິ​ເສດ​ແມ່ນ​ລາຍການ​​ເຊີດ​ຊູ​ຂັບ​ເຫ້ວ.

        ກ່ອນ​ໜ້າ​ນັ້ນ, ຕອນ​ຄຳ່​ວັນ​ທີ 15/4, ຢູ່​ພະລາດ​ຊະ​ວັງ ດ້າຍ​​ໂນ້ຍ​ເຫ້ວ, ​ໄດ້​ດຳ​ເນີນ​ລາຍການ “ງານ​ລາຕີ​ພະລາ​ຊະ​ວັງ”. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ບຸນ​ຕົ້ນ​ຕໍ່ ​ແລະ ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ຂອງ Festival ​ເຫ້ວ 2014.

 ງານ​ລາຕີ​ພະລາ​ຊະ​ວັງ​ແມ່ນ ​ໄດ້​ວາດ​ພາບ​​ໃຫ້​ເຫັນຄວາມ​ງາມ​ຂອງ ດ້າຍ​ໂນ້ຍ ​ໃນ​ຍາມ​ຄຳ່​ຄືນ​ດ້ວຍຮູບ​ພາບ​ພະ​ລາຊາ​ນີກັບ​ເມື່ອ​ພະລາດ​ຊະ​ວັງຕ້ອນຮັບ​ແຂກ, ງານ​ແຕ່ງ​ດ​ອງຂອງ​ລາຊາ​ທິດາ. ທ່ານ ຟານ​ແທງ​ຫາຍ, ຜູ້ອຳນວຍການ​ສູນ​ປົກ​ປັກ​ຮັກສາ​ມໍລະດົກ​ກຸງ​ເກົ່າ ​ເຫ້ວ, ​ໃຫ້​ຮູ້​ວ່າ:

        “ຈຸດ​ພິ​ເສດ​ທີ່​ສຸດ​ຂອງ​ລາຍການ​ແມ່ນ​ພິທີ​ລ້ຽງ​ຄຳ່​ຄືນ​ພະລາດ​ຊະ​ວັງ. ປີ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ລົງທຶນ, ຄົ້ນ​ຄ້ວາ ​ແລະ ຟື້ນ​ຟູ​ບັນດາ​ເຍື່ອງ​ອາຫານ​ຂອງ​ພະລາດ​ຊະ​ວັງຖືກ​ກັບ​ຄວາມ​ໝາຍ, ຈິດ​ໃຈ​ຂອງ​ອາຫານ​ການ​ກິນ ພະລາດ​ຊະ​ວັງ - ​ນັ້ນແມ່ນ​ບັນດາ​ເຍື່ອງ​ອາຫານ​ສະ​ແດງ​ຄວາມ​​ເຫັນ​ອົກ​ເຫັນ​ໃຈ, ຄວາມ​ສະໜິດສະໜົມ​ອັນ​ໃຫຍ່​ຫຼວງ​ຂອງ​ມະນຸດ​ທີ່​ມີຕໍ່​ທຳ​ມະ​ຊາດ ​ແລະ​ ໂລກ​ຈັກກະວານ”



ຂ່າວ/ບົດ​ອື່ນ