Festivalວັດທະນະທຳສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງການພົວພັນລັດເຊຍ-ອາຊຽນ

Festivalວັດທະນະທຳສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງການພົວພັນລັດເຊຍ-ອາຊຽນ - ảnh 1
Festival ພົບ​ປະ​ແລກປ່ຽນ​ວັດທະນະທຳ​
ສະ​ແດງສິລະ​ປະ ລັດ​ເຊຍ - ອາ​ຊຽນ
(ພາບ: vietnam+)

(vovworld) - ​ໃນ​ຂອບ​ເຂດການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​​ເຈລະຈາ​ລະຫວ່າງສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ອາ​ຊຽນ) ​ແລະ ສະຫະພັນ ລັດ​ເຊຍ, ຕອນ​ບ່າຍ​ວັນ​ທີ 19/05, ຢູ່​ນະຄອນ Sochi ສະຫະພັນ ລັດ​ເຊຍ ​ໄດ້ດຳ​ເນີນ​ Festival ພົບ​ປະ​ແລກປ່ຽນ​ວັດທະນະທຳ​ສະ​ແດງສິລະ​ປະ ລັດ​ເຊຍ - ອາ​ຊຽນ. ສະຫະພັນ ລັດ​ເຊຍ ​ແລະ 10 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໄດ້​ແນະນຳ​ບັນດາ​ລາຍການ​ພິ​ເສດ​ທີ່​ສຸດ, ນຳ​ ​ວັດທະນະທຳ​ທີ່​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີສັນ​ຊາດຂອງ​ຕົນ​ເຖິງ​ເພື່ອນ​ມິດສາ​ກົນ. ລາຍການ​ສະ​ແດງ​ສິລະ​ປະ ຫວຽດນາມ ລວມມີບັນດາ​ລາຍການ​ຟ້ອນລຳທຳ​ເພງ​ພື້ນ​ເມືອງ ​ໂດຍ​ບັນດາ​ນັກ​ສີ​ລະ​ປິນ​ໂຮງ​ລະຄອນ​ຟ້ອນ​ລຳ​ທຳ​ເພງ​ພື້ນ​ເມືອງ ຫວຽດບັກ ສະ​ແດງ​. ຫວຽດນາມ ກໍ່​​ໄດ້ວາງສະ​ແດງ​ບັນດາຮູບ​ແຕ້ມ​ແນ​ະນຳ​ຄວາມ​ງາມຂອງປະ​ເທດຊາດ ​ແລະ ຊາວ​ ຫວຽດນາມ, ຜະລິດ​ຕະພັນ​ເຄື່ອງສິລະ​ປະ​ຫັດຖະກຳ​ບາງ​ປະ​ເພດ,  ​ເຄື່ອງ​ປັ້ນດິນ​ເຜົາ ​ແລະ ​ເຄື່ອງດົນຕີ​​ພື້ນ​ເມືອງ ຫວຽດນາມ.

 

ຂ່າວ/ບົດ​ອື່ນ