G7ເປັນເອກະສັນກັນ ຫຼຸດຜ່ອນໜີ້ສາທາລະນະ ແລະ ການຂາດດຸນງົບປະມານ

G7ເປັນເອກະສັນກັນ ຫຼຸດຜ່ອນໜີ້ສາທາລະນະ ແລະ ການຂາດດຸນງົບປະມານ - ảnh 1
ການ​ປະ​ຊຸມ​ຂ່າວ​ສິ້ນ​ສຸດກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຜູ້ວ​່າ​ການ​ທະ​ນາ​ຄານ​ສູນ​ກາງ​ຂອງ​ກຸ່ມ G7

(vovworld)- ລັດ​ຖະ​ມົນ​ຕີ​ການ​ເງິນ​ເຢັຍ​ລະ​ມັນ Wolfgang Schaeubie ໃຫ້​ຮູ້​ວ່າ : ບັນ​ດາ ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຜູ້ວ​່າ​ການ​ທະ​ນາ​ຄານ​ສູນ​ກາງ​ຂອງ​ກຸ່ມ G7 ໄດ້​ເປັນ​ເອ​ກະ​ສັນ​ກັ​ນ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການຫຼຸດ​ຜ່ອນ​ໜີ້​ສາ​ທາ​ລະ​ນະ ແລະ ການ​ຂາດ​ດຸນ​ງົບ​ປະ​ມານ, ກໍ​ຄື​ມຸງ​ໄປ​ສູ່​ເປົ້າ​ໝາຍ​ຊຸກ​ຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ສິ້ນ​ສຸດກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຜູ້ວ​່າ​ການ​ທະ​ນາ​ຄານ​ສູນ​ກາງ​ຂອງ​ກຸ່ມ G7 ທີ່​ຈັດ​ຂຶ້ນ​ຢູ່​ເຢຍ​ລະ​ມັນ, ລັດ​ຖະ​ມົນ​ຕີ​ການ​ເງິນ​ເຢັຍ​ລະ​ມັນ Wolfgang Schaeubie ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ດ້ານການ​ເງິນໃນ​ກຸ່ມ G7 ໄດ້​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ສືບ​ຕໍ່​ສົ່ງ​ເສີມ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຢູ່ຫຼາຍ​ປະ​ເທດ. ນອກ​ຈາກນັ້ນ, ບັນ​ດາ​ປະ​ເທດ​ໃນ​ກຸ່ມ​ G 7 ໄດ້​ຊອກ​ຫາ​ສຽງ​ເວົ້າ​ລວມ​ໃນ​ບັນ​ຫາ​ຕ້ານ​ການ​ໜີ້​ພາ​ສີ​ຂອງ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ນາໆ​ຊາດ.

ຂ່າວ/ບົດ​ອື່ນ