Hamas ຖະແຫຼງເຫັນດີ ຄຳສັ່ງຢຸດຍິງ 24 ຊົ່ວໂມງຢູ່ກາຊາ

Hamas ຖະແຫຼງເຫັນດີ ຄຳສັ່ງຢຸດຍິງ 24 ຊົ່ວໂມງຢູ່ກາຊາ - ảnh 1
(ພາບປະກອບ: bbc.co.uk)

(vovworld) –  ​​​ວັນ​ທີ 27/07, ຂະ​ບວນການ​ມຸດ​ສລິ​ມ ຢູ່​ປາ​ແລດ​ສຕິນ ​ໃຫ້​ຮູ້​ວ່າ ​ເຂົາ​ເຈົ້າ​ເຫັນ​ດີກັບ​ຄຳ​ສັ່ງ​ຢຸດ​ຍິງ​ມະນຸດສະທຳທີ່​ແກ່ຍາວ​ເປັນ​ເວລາ 24 ຊົ່ວ​ໂມງ, ພາຍຫຼັງ​ທີ ອິດສຣາ​ແອນ ຖະ​ແຫຼ​ງ​ເຊື່ອມ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​​ເປັນປໍ​ລະ​ປັກ​ຢູ່​ເຂດ​ກາຊາ ​ເຊິ່ງ​ຖືກ​ໂຈະ​ໄວ້​ເປັນ​ເວລາ 1 ວັນ. ຄຳ​ສັ່ງ​ຢຸດ​ຍິງ​ມະນຸດສະທຳທີ່​ແກ່ຍາວ​ເປັນ​ເວລາ 24 ຊົ່ວ​ໂມງ ​ເລີ່​ມ​ແຕ່​ເວລາ 14 ​ໂມງ ວັນ​ທີ 27/07 (ຕາມ​ເວລາ​ທ້ອງ​ຖິ່ນ). ຄຳ​ຖະ​ແຫຼ​ງ​ຖືກ​ຍົກ​ອອກ​ມາ​ໃນຂະນະ​ທີ່ກອງທັບ​ອິດສຣາ​ແອນ ​ເຊື່ອມ​ຕໍ່​ບັ້ນ​ຮົບ​ການ​ທະຫານ​​ໃສ່​ເຂດ​ກາຊາ. ພາຍຫຼັງ ອິດສຣາ​ແອນ ​​ເລີ່​ມດຳ​ເນີນ​ບັ້ນ​ຮົບ​ບຸກ​ໂຈມ​ຕີ 2 – 3 ຊົ່ວ​ໂມງ​, ຢ່າງ​ໜ້ອຍສຸດມີ​ສາ​ມັນ​ຊົນປາ​ແລດ​ສຕິນ 9 ຄົນ​ເສຍ​ຊີ​ວິດ, ຍົກ​ຈຳນວນ​ຊາວ​ປາ​ແລດ​ສຕິນ ຖືກ​ເສຍ​ຊີວິດ​ໃນ​ບັ້ນ​ຮົບ “ປົກ​ປ້ອງ​ເຂດ​ຊາຍ​ແດນ” ທີ່​ແກ່ຍາວ​ເປັນ​ເວລາ 20 ວັນ​ຂອງ​ອິດສຣາ​ແອນ ຂຶ້ນ​ເຖິງ 1.000 ຄົນ.

ຂ່າວ/ບົດ​ອື່ນ