IMFຍັງບໍ່ທັນເຂົ້າຮ່ວມບ້ວງເງິນກູ້ຊ່ວຍໃໝ່ໃຫ້ເກຼັກ

IMFຍັງບໍ່ທັນເຂົ້າຮ່ວມບ້ວງເງິນກູ້ຊ່ວຍໃໝ່ໃຫ້ເກຼັກ - ảnh 1
(ພາບປະກອບ: AFP/TTXVN)

​​(vovworld) - ໃນ​ຕໍ່​ໜ້າ, ກອງ​ທຶນ​ເງິນຕາ​ສາກົນ (IMF) ​​ຈະ​ບໍ່​ເຂົ້າ​ຮ່ວມ​ໂຄງການ​ກູ​​້ຊ່ວຍທີ 3 ​ໃຫ້​ເກຼັກ ຮອດ​ເວລາ​ໃດທີ່ Athen ບໍ່​ທັນ​ເຫັນ​ດີປະຕິ​ບັດ​ບັນດາ​ແຜນການ​​ປະ​ຕິ​ຮູບ​ໂດຍ​ບັນດາ​ເຈົ້າໜີ້​ສາກົນ​ຮຽກຮ້ອງ​ຢ່າງ​ຄົບ​ຖ້ວນ ​ແລະ ບັນດາຄູ່​ຮ່ວມ​ມື​ເອີ​ລົບ ບໍ່​ໄດ້​ຫຼຸດ​ຜ່ອນ​ໜີ້​ສິນ​ໃຫ້​ເກຼັກ. ຄຳ​ຖະ​ແຫຼ​ງດັ່ງກ່າວ​​ໂດຍ​ເຂົ້າ​ໜ້າ​ທີ່ IMF ຜູ້​ໜຶ່ງ​ຍົກ​ອອກ​ມາ ​ໃນ​ວັນ​ທີ 30/07, ​ໃນ​ສະພາບ​ທີ່​ຜູ້ຕາງໜ້າ​ບັນດາ​ເຈົ້າ​ໜີ້​ຂອງ​ເກຼັກ ລວມມີ IMF, ຄະນະ​ກຳມະການ​ເອີ​ລົບ (EC), ທະນາຄານ​ສູນ​ກາງ​ເອີ​ລົບ ​(ECB) ພ້ອມ​ກັບ​​ກົນ​ໄກ​ຄວາມ​ໝັ້ນຄົງເອີ​ລົບ (ESM) ​ໄດ້​ເລີ່​ມ​ເຈລະຈາ​ຢູ່ Athens ກ່ຽວ​ກັບ​ບ້ວງ​ເງິນ​ກູ​້ຊ່ວຍ​ໃໝ່​ທີ່​ມີ​ມູນ​ຄ່າ 94 ຕຶ້ື້ USD. ສຳນັກ​ຂ່າວສານ AFP ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ເຂົ້າ​ໜ້າ​ທີ່​ດັ່ງກ່າວ​ໃຫ້​ຮູ້​ວ່າ, ​ເພື່ອ​ຮັບປະກັນ​​ຕ້ອບສະໜອງ​ບັນດາ​ເງື່ອນ​ໄຂ​ຂອງ​ບ້ວງ​ເງິນ​ກູ​້ຊ່ວຍ​ໃໝ່, ຕ້ອງ​ມີ​ບັນດາ​ຄຳ​ຕັດສິນ​ຈາກ​ 2 ຝ່າຍ.

ຂ່າວ/ບົດ​ອື່ນ