IS ຢັ້ງຢືນເຂັ່ນຂ້າ ຕົວປະກັນຍີ່ປຸ່ນ ຄົນໜຶ່ງ

IS ຢັ້ງຢືນເຂັ່ນຂ້າ ຕົວປະກັນຍີ່ປຸ່ນ ຄົນໜຶ່ງ - ảnh 1
(ພາບປະກອບ: AFP)

(vovworld) – ວັນ​ທີ 25/01, ກຸ່ມກະບົດລັດ​ອິດ​ສະ​ລາມ IS ​​ຢັ້ງຢືນວ່າ ​ໄດ້​ເຂັ່ນຂ້າ Haruna Yukawa ອາຍຸ 42 ປີ, ​ເຊິ່ງ​ເປັນ​ໜຶ່ງ​ໃນ​ຈຳນວນ​ພົນ​ລະ​ເມືອງ​ຍີ່ປຸ່ນ 2 ຄົນ​ຖືກ​ພວກ​ເຂົາ​ຈັບ​​ເປັນ​ຕົວ​ປະກັນ. ຜ່ານ​ວິທະຍຸ​ກະຈາຍສຽງ​ອິດສະ​ລາມ Al Batan, ທີ່ອອກ​ອາກາດຢູ່​ບັນດາ​ເຂດ​ນອນ​ໃນ​ການ​ຄວບ​ຄຸມ​ຂອງ IS ຢູ່​ອີຣັກ ​ແລະ ຊີຣີ, ອົງການ​ກໍ່​ການ​ຮ້າຍ​ດັ່ງກ່າວ​ໄດ້​ຖະ​ແຫຼ​ງວ່າ ​ໄດ້​ເຂັ່ນຂ້າຕົວ​ປະກັນ​ຊາວ​ຍີ່ປຸ່ນ Haruna Yukawa ພາຍຫຼັງ​ໝົດ​ກຳນົດ​ເວລາ 72 ຊົ່ວ​ໂມງທີ່​​ໄດ້​ຍົກ​ອອກ​ມາ​ກ່ອນ​ນັ້ນ. ພ້ອມ​ກັນ​ນັ້ນ, IS ​ໄດ້​ກໍ່​ຄວາມ​ດັນ​ຕໍ່​ລັດຖະບານ​ຍີ່ປຸ່ນ ກ່ຽວ​ກັບຊີວິດ​ອີນ​ຊີ​ຂອງ​ຕົວ​ປະກັນ​ທີ່​ຍັງ​ເຫຼືອ, ນັກ​ຂ່າວ Kenji Goto, ​ໂດຍຮຽກຮ້ອງ​ປ່ອຍ​ຕົວ​ມື​ປືນ​ຍິງ Sajida Al Rishawi ພວມ​ຖືກ​ເຈົ້າ​ໜ້າ​ທີ່​ຈໍ​ແດນ ຈັບ​ຕົວ.

        ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ລັດຖະບານ​ຍີ່​ປຸ່ນ ​ແລະ ຫຼາຍ​ປະ​ເທດ​ໃນ​​ໂລກ ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ເລື່ອງ​ເຂັ່ນຂ້າ​ຕົວ​ປະກັນ​ຂອງ IS, ພ້ອມ​ທັງ​ຮຽກຮ້ອງ​ປ່ອຍ​ຕົວ​ໃຫ້​ນັກ​ຂ່າວ  Kenji Goto ກໍ່​ຄື​ບັນດາ​ຕົວ​ປະກັນ​ອື່ນ​ພວມ​ຖືກ IS ກັກ​ຂັງ.

ຂ່າວ/ບົດ​ອື່ນ