IS ສັງຫານນັກເຄື່ອນໄຫວສື່ມວນຊົນ5ຄົນ

IS ສັງຫານນັກເຄື່ອນໄຫວສື່ມວນຊົນ5ຄົນ - ảnh 1
(ພາບ​ປະ​ກອບ: FNA)

(vovworld) - ​ວັນ​ທີ 26/06, ອົງ​ການກໍ່​ການ​ຮ້າຍ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ໄດ້​ປະ​ກາດ​ເທບ​ວີ​ດີ​ໂອ​ຖ​່າຍ​ທຳ​ການສັງ​ຫານ​ນັກ​ເຄື່ອນ​ໄຫວ​ສື່ມວນ​ຊົນ​ 5 ຄົນທີ່​ພວມ​ເຮັດ​ວ​ຽກ​ຢູ່​ນະ​ຄອນ​ໂດຍ IS ຢືດ​ຄອງ ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ຊີ​ຣີ. ເທບ​ວີ​ດີ​ໂອ​ປະ​ກາດ​ທາງ​ອີ​ນ​ເຕີ​ແນັດ​ໃນ​ວັນ​ທີ 26/06, ແຕ່​ອົງ​ການ​ຕິດ​ຕາມ​ສິດ​ທິ​ມະ​ນຸ​ດ​ຊີ​ຣີ (SOHR) ຖື​ວ່າ, ນັກ​ເຄື່ອນ​ໄຫວ​ສື່ມວນ​ຊົນ 5 ຄົນ​ດັ່ງ​ກ່າວ​ຖືກ IS ຈັບ, ກັກ​ຂັງ​ແຕ່​ເດືອນ 10/2015 ແລະ ໄດ້​ຮັບ​ຖື​ວ່າ ຖືກເຂັ່ນ​ຂ້າ​ໃນ​ເດືອ​ນ 12/2015. ເທບ​ວີ​ດີ​ໂອ ດັ່ງ​ກ່າວ​​ຖືກ​ເຜີຍ​ແຜ່​ທາງ​​ອີນ​ເຕີ​ແນັດ ໃນ​ສະ​ພາບ​ທີ່ IS ພວມ​ປະ​ເຊີນ​ໜ້າ​ກັບ​ກຳ​ລັງ​ດັ່ນ​ຈາກ​ການ​ປະ​ລາ​ໄຊ​ຢ່າງ​ໜັກ​ໜ່ວງ ຍ້ອນ​ບັນ​ດາ​ການ​ບຸກ​ໂຈ​ມ​ຕີ​ຂອງ​ຫຼາຍ​ປະ​ເທດ.

ຂ່າວ/ບົດ​ອື່ນ