IS ສະກັດຕີຂະບວນລົດຂົນສົ່ງພາລະກອນປ້ອງກັນຄວາມສະຫງົບ ອີຣັກ

IS ສະກັດຕີຂະບວນລົດຂົນສົ່ງພາລະກອນປ້ອງກັນຄວາມສະຫງົບ ອີຣັກ - ảnh 1
​ນັກ​ຮົບ​ກອງ​ທັບ ອີ​ຣັກ
(ພາບ​ປະ​ກອບ/ AFP/TTXVN)


(vovworld) - ​ ​​ ​ວັນ​ທີ 23/04, ບັນ​ດາ​ມື​ປືນ​ສັງ​ກັດ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊືີ່​ເອງໄດ້​ນຸ່ງ​ຊຸດ​ເຄື່ອງ​ແບບທະ​ຫານປອມ​ຕົວ​​ເປັນ​ນັກ​ຮົບ​ກອງ​ທັບ ອີ​ຣັກ ແລ້ວສະ​ກັດ​ຕີ, ບຸກ​ໂຈມ​ຕີ​ຂະ​ບວນ​ລົດພົນ​ລະ​ເຮືອ​ນ ແລ​ະ ທະ​ຫານ​ທີ່ຂົນ​ສົ່ງ​ນັກ​ຮົບ​ໃກ້​ກັບ​ເທດ​ສະ​ບານ​ເມືອງ Rutba ຫ່າງ​ຈາກ​ນະ​ຄອນ​ຫລວງ Baghdad ​ໄປທາງ​ຕາ​ເວັນ​ຕົກ 390 ກມ. ຕາມ​ນາຍທະ​ຫານກອງ​ທັບ ອີ​ຣັ​ກ ແລ້ວ, ບັນ​ດາ​ມື​ປືນ​ນີ້ ໄດ້​ສວຍ​ໂອ​ກາດ​​ເກີດພາ​ຍຸຂີ້​ຊາຍ ເພື່ອ​ປະ​ຕິ​ບັດ​​ການ​ສະ​ກັດ​ຕີ ​ເຮັດໃຫ້​ພາ​ລະ​ກອນ​ປ້ອງ​ກັນ​ຄວາມ​ສະ​ຫງົບ 10 ຄົນ​ເສຍ​ຊີ​ວິດ ແລະ 20 ຄົນ​ຮັບ​ບາດ​ເຈັບ.

        ໃນ​ຂະ​ນະ​ນັ້ນ, ຜູ້​ນຳ​ເທດ​ສະ​ບານ​ເມືອງ Rutba, ທ່ານ Imad al-Dulaimi ໃຫ້​ຮູ້​ຕື່ມ​ອີກວ່າ ​ພາ​ລະ​ກອນ​ປ້ອງ​ກັນ​ຄວາມ​ສະ​ຫງົບ 3 ຄົນ​ຖືກ​ຫາຍ​ສາບ​ສູນ ແລະ ສົງ​ໄສວ່າ ເຂົາ​ເຈົ້າຖືກ IS ຫລອບ​ຈັບ​ຕົ​ວ​ໃນ​ເຫດ​ສະ​ກັດ​ຕີນີ້.


ຕອບກັບ

ຂ່າວ/ບົດ​ອື່ນ