ISອາດຈະບຸກໂຈມຕີກໍ່ການຮ້າຍດ້ວຍອາວຸດເຄມີ

ISອາດຈະບຸກໂຈມຕີກໍ່ການຮ້າຍດ້ວຍອາວຸດເຄມີ - ảnh 1
ISອາດ​ຈະ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ດ້ວຍ​ອາວຸດ​ເຄມີ

(vovworld) - ວັນ​ທີ 12/2, ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ປ້ອງ​ກັນ​ຄວາມ​ສະຫງົບ Munich ຄັ້ງ​ທີ 52, ຢູ່​ປະ​ເທດ​ເຢັຍລະ​ມັນ, ຜູ້ອຳນວຍການ​ອົງການສືບ​ລາຊະການ​ລັບ​ແຫ່ງ​ຊາດ ອາ​ເມ​ລິ​ກາ James Clapper ຖະ​ແຫຼ​ງວ່າ ​ໄພ​ອັນຕະລາຍ​ທີ່​ສຸດ​ຈາກ​ອົງການ​ອິດສະ​ລາມ IS ​ແມ່ນ​ເລື່ອງ​ອົງການ​ນີ້ອາດ​ຈະ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ດ້ວຍ​ອາວຸດ​ເຄມີຢູ່​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ. ທ່ານ James Clapper ສະ​ເໜີ​ປະ​ເທດ​ຕ່າງໆ ​ແລະ ມະຫາຊົນ​ຄວນ​ລະມັດລະວັງ​ຕໍ່ໜ້າ​ໄພ​ອັນຕະລາຍ​ໃໝ່​ນີ້. ​ໃນ​ຂະນະ​ນັ້ນ, ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ Munich, ຜູ້ອຳນວຍການ​ອົງການ​ສືບ​ລາຊະການ​ລັບ ກອງທັບ ອາ​ເມ​ລິ​ກາ (DIA) Vincent Stewart ກໍ່​ຖື​ວ່າ, IS ພວມ​ສືບ​ຕໍ່ຊອກ​ຫາ​ວິທີ​ເພື່ອ​ປະຕິບັດ​ການ​ກໍ່​ການ​ຮ້າຍ​ຄັ້ງ​ຕ່າງໆ​ຢູ່​ເອີ​ລົບ ​ແລະ ອາ​ເມ​ລິ​ກາ ​ໃນ​ປີ 2016.

ຂ່າວ/ບົດ​ອື່ນ