NATO ແລະ ຢູແກຼນ ເລີ່ມດຳເນີນການຊ້ອມຮົບຮ່ວມ “ລົມທະເລ - 2015”

NATO ແລະ ຢູແກຼນ ເລີ່ມດຳເນີນການຊ້ອມຮົບຮ່ວມ “ລົມທະເລ - 2015” - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 31/08, ອົງການ NATO ​ແລະ ຢູ​ແກຼນ ​ເລີ່​ມ​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ທີ່ມີ​ຊື່ວ່າ “ລົມ​ທະ​ເລ - 2015” (Sea Breeze - 2015) ຢູ່​ບັນດາ​ແຂວງ Odessa ​ແລະ Nykolave ຂອງ​ປະ​ເທດ​ນີ້. ກະຊວງ​ປ້ອງ​ກັນ​ປະ​ເທດ​ຢູ​ແກຼນ ຊີ້​ແຈ້ງຈຸດປະສົງ​ຂອງ​ການ​ຊ້ອມ​ຮົບ​ແມ່ນ​ປະຕິບັດ​ບັ້ນ​ຮົບ​ປ້ອງ​ກັນ​ຄວາມ​ສະຫງົບ​ຫຼາຍ​ປະ​ເທດ​ຢູ່​ເຂດ​ເກີດ​ວິ​ກິດ​ການ. ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ມີ​ພົນທະຫານ​ອາ​ເມ​ລິ​ກາ, ຢູ​ແກຼນ, ບຸນກາຣີ, ​ເກຼັກ… ກວ່າ 2.500 ຄົນ. ນອກຈາກ​ນັ້ນ​ຍັງ​ມີ 150 ​ອຸປະ​ກອນ​ການ​ທະຫານຄື, ກໍ່າ​ປັ່ນ, ກໍ່າ​ປັນດຳ​ນ້ຳ, ​ເຮືອ​ບິນ​ເອລີກ​ອບ​ເຕີ, ​ເຮືອ​ບິນ​ສຸ​ຮົບ… ຜູ້​ບັນຊາ​ການ​ກອງ​ເຮືອ​ຮົບ 6, ​ພົນ​ເຮືອ​ໂທ​ກອງທັບ​ເຮືອ​ອາ​ເມ​ລິ​ກາ James Foggo ​ຖື​ວ່າ, ການ​ຊ້ອມ​ຮົບ​ນີ້​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຂອງ​ອາ​ເມລິ​ກາ ​ແລະ ​ດຳ​ເນີນ​ການ​ຝຶກ​ອົບຮົມ​ເປີດກວ້າງ​ທາງ​ບົດ, ທາງ​ອາກາດ ​ແລະ​ ທາງ​ທະ​ເລ. ຕາ​ມ​ແຜນການ, ການ​ຊ້ອມ​ຮົບ​ຈະ​ແກ່​ຍາວ​ຮອດ​ວັນ​ທີ 12/09.

ຂ່າວ/ບົດ​ອື່ນ