Samsung Display ຄາດວ່າຈະລົງທຶນຕື່ມອີກ 2,5 ຕື້ USD ເຂົ້າຫວຽດນາມ

Samsung Display ຄາດວ່າຈະລົງທຶນຕື່ມອີກ 2,5 ຕື້ USD ເຂົ້າຫວຽດນາມ - ảnh 1
ບໍ​ລິ​ສັດ samsung  ຢູ່​ຫວຽດ​ນາມ
ພາບ:internet

(vovworld)- Samsung Display ແມ່ນ​ບໍ​ລິ​ສັດ​ລູກ​ຜະ​ລິດ​ສ​ະ​ເພາະ​ຫນ້າ​ຈໍ ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ​ເອ​ເລັກ​ໂຕ​ນິກ Samsung Electronics Co Ltd. ຕ​າມ​ສຳ​ນັກ​ຂ່າວ​ສານ Yonhap ຂອງ ສ​ເກົາ​ຫລີ ແລ້ວ, ບ້ວງ​ເງິນ 2,5 ຕື້ USD ທີ່​ລົງ​ທຶນ​ຕື່ມ​ອີກ​ເຂົ້າ​ຫວຽດ​ນາມ ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ກຳ​ລັງ​ຄວາມ​ສາ​ມາດ​ການ​ຜະ​ລິດ.

ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ຜະ​ລິດ​ໂທ​ລະ​ສັບ​ມື​ຖື​ຫລາຍ​ສຸດ ​ຂອງ Samsung Electronics Co Ltd ແລະ ບັນ​ດາ​ບໍ​ລິ​ສັດ​ລູກ​ຂອງ​ກຸ່ມ​ບໍ​ລິ​ສັດ ທີ່​ເຄີຍ​ລົງ​ທຶນ​ຈຳ​ນວນ​ເງິນ​ນັບ​ຕື້ USD ຢູ່​ຫວຽດ​ນາມ. ວົງ​ການ​ນັກ​ໄຈ້​ແຍກ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ການ​ເສຍ​ຄ່າ​ຂອງ​ເງິນວອນໃນ​ໄລ​ຍະ​ມໍ່ໆ​ມານີ້ ໄດ້​ປະ​ກອບ​ສ່ວນ​ເພີ່ມ​ກຳ​ໄລ​ຂອງ Samsung. ລາ​ຄາ​ໃບ​ຫຸ້ນ​ຂອງ Samsung ໄດ້​ເພີ່ມ​ຂຶ້ນ 43% ໃນ​ປີ 2016, ຊື່ງ​ແມ່ນ​ລະ​ດັບ​ສູງ​ສຸດ​ນັບ​ແຕ່​ປີ 2012 ຍ້ອນ​ວົງ​ການ​ນັກ​ລົງ​ທຶນ​ມີ​ຄວາມ​ປະ​ເອີບ​ໃຈ​ວ່າ ຄວາມ​ຕ້ອງ​ການ​ອຸ​ປະ​ກອນ​ບາງ​ປະ​ເພດ​ຂອງ​ໂທ​ລະ​ສັບ​ມື​ຖື​ໄດ້​ເພີ່ມ​ຂຶ້ນນັ້ນ ຈະ​ຊ່ວຍ​ໃຫ້​ລາຍ​ຮັບ​ຂອງ Samsung ເພີ່ມ​ຂຶ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ