TPPຈະເປັນແບບຢ່າງດ້ານການຄ້າໃນສະຕະວັດທີ21

TPPຈະເປັນແບບຢ່າງດ້ານການຄ້າໃນສະຕະວັດທີ21 - ảnh 1
TPP ຈະເປັນແບບຢ່າງດ້ານການຄ້າໃນສະຕະວັດທີ 21
(ພາບປະກອບ)


(vovworld) – ລັດຖະມົນ​ຕີ​ການ​ຄ້າບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈລະຈາສັນຍາຄູ່​ຮ່ວມ​ມື​​​ຂ້າມ​ປາຊີ​ຟິກ (TPP) ບັນ​ລຸ​ໄດ້​ຂໍ້​ຕົກລົງ​ສຸດ​ທ້າຍ ສຳລັບ​ສັນຍາ​ການ​ຄ້າ​ເສລີ​ໃຫຍ່​ກວ່າ​ໝູ່​ຢູ່​​​ໂລກ​ນີ້. ​ກອງປະຊຸມ​​ໄດ້ສິ້ນ​ສຸດໃນ​ຕອນຄໍ່າ​ວັນ​ທີ 05/10 (ຕາມ​ເວລາ​ຫວຽດນາມ), ຢູ່​ນະຄອນ Atlanta, ​​ໄດ້​ເປີດ​ເສັ້ນທາງ​ໃຫ້​​ເຂດ​ການ​ຄ້າ​ເສລີ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ. ບັນດາ​ຂໍ້​ຕິດ​ຂັດ​ສຸດ​ທ້າຍ​ສຳລັບ​ສັນຍາ​ນີ້​ໄດ້​ຮັບ​ການ​ແກ້​ໄຂ, ພາຍຫຼັງ​ທີ່​ລັດຖະມົນຕີ 12 ປະ​ເທດ​ເຂົ້າ​ຮ່ວມ TPP ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ 3 ຂົງ​ເຂດ​ຍັງ​​ເຫຼື​ອ​ແມ່ນ: ລົດ​ໂອ​ໂຕ, ນ້ຳມົມ ​ແລະ ກຳນົດ​ເວລາລິ​ຂະ​ສິດ​ຊັບ​ສິນ​ທາງ​ຊີວະ​ການ​ຢາ, ພາຍຫຼັງເຈລະຈາ​ທີ່​ເຄັ່ງ​ຕຶງ​ເປັນ​ເວລາ 5 ວັນ. ກ່າວ​ຄຳ​ເຫັນ​ພາຍ​ຫຼັງ​ການ​ເຈລະຈາ, ຜູ້ຕາງໜ້າຂອງ 12 ປະ​ເທດ ຢຶນຢັນ​ວ່າ: TPP ຈະ​​ເປັນ​ແບບຢ່າງ​ໃຫ້ການ​ຄ້າ​ໃນ​ສະຕະວັດ​ທີ 21 ​ເມື່ອ​ເຕື້ອງ​ເຖິງ​ບໍ່​ພຽງ​ແຕ່ບັນດາ​ຂົງ​ເຂດ​ທີ່​ເປັນ​ມູນ​ເຊື້ອ​ຄື ສິນຄ້າ, ການ​ບໍລິການ, ການ​ລົງທຶນ​ເທົ່າ​ນັ້ນ, ຫາກ​ລວມທັງ​ບັນດາ​ບັນຫາ​ໃໝ່​ຄື ການ​ຄ້າ​ເອ​​ເລັກ​ໂຕ​ນິກ, ລັດວິ​ສາ​ຫະກິດ​ອີກ​ດ້ວຍ​. ພາຍ​ຫຼັງສິ້ນ​ສຸດການ​ເຈ​ລະ​ຈາ, ບັນດາ​ປະ​ເທດ​ຈະ​ດຳ​ເນີນ​ການ​ກວດກາ​ດ້ານ​ນິຕິ​ກຳ ​ເພື່ອ​ກະກຽມ​​ໃຫ້​ເລື່ອງ​ລົງ​ນາມ​ໃນ​ສັນຍາ​ເປັນ​ທາງ​ການ ​ແລະ ​ເລີ່​ມຍືນ​ສະ​ເໜີ​ຕໍ​ບັນດາ​ອົງການ​ມີ​ສິດອຳນາດ​ເພື່ອ​ໃຫ້​ສັດ​ຕະ​ຍາ​ບັນ.

ຂ່າວ/ບົດ​ອື່ນ