UNESCO ຕີລາຄາສູງການປະກອບສ່ວນຢ່າງແທດຈິງຂອງຫວຽດນາມ

UNESCO ຕີລາຄາສູງການປະກອບສ່ວນຢ່າງແທດຈິງຂອງຫວຽດນາມ - ảnh 1
ທ່ານ​ນາງ Irina Bokova ​ຕ້ອນ​ຮັບ​ທ່ານ ເລ​ຮ່​ວາຍ​ຈຸງ
(ພາບ​: TTXVN)

(vovworld) - ​​ຫ​ວຽດ​ນາ​ມ ຍາມ​ໃດ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ນຳ​ໜ້າ ແລະ ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ຜົ​ນສຳ​ເລັດ​ບັນ​ດາ​ໂຄງ​ການ, ການ​ເຄື່ອ​ນ​ໄຫວ​ຂອງ​ອົງ​ການ​ສຶກ​ສາ​ວິ​ທະ​ຍາ​​ສາດ ແລະ ວັດ​ທະ​ນະ​ທຳສ​ປ​ຊ (UNESCO). UNESCO ຕີ​ລ​າ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ແທ​ດ​ຈິງ ແລະ ລະ​ອຽດ​ຂອງ​ຫວຽດ​ນາມ ໃນ​ພາ​ລະ​ກິດ​ລວມ​ຂອງ​ອົງ​ການ. ນີິ້​ແມ່ນ​ຄຳ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາງ Irina Bokova, ຜູ້​ອຳ​ນວຍ​ການ UNESCO ທີ່​ການ​ຕ້ອນ​ຮັບ​ທ່ານ​ຮອ​ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຮ່​ວາຍ​ຈຸງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ UNESCO ຫວຽດ​ນາມ, ໃນ​ຕອນ​ເຊົ້າ​ວັນ​ທີ 28/04, ໃນ​ຂອບ​ເຂດເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ພາ​ບໍ​ລິ​ຫານ UNESCO ຄັ້ງ​ທີ 201 ຢ​ູ່​ປາ​ຣີ. ຕາມ​ທ່ານ​ນາງ​ແລ້ວ, ຫວຽດ​ນາມ ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ແມ່ນ​ແຜນ​ນະ​ໂຍ​ບາຍ​ຢ່າງ​ຖືກ​ຕ້ອງ, ຍາມ​ໃດ UNESCO ກໍ່​ສະ​ໜັບ​ສະ​ໜູນ ແລະ ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ວິ​ຊາ​ສະ​ເພາະ​ທີ່​ມີ​ທ່າ​ແຮງ​ຂອງ​ຕົນ. ສ່ວນ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ເລ​ຮ່​ວາຍ​ຈຸງ ຢືນ​ຢັນ, ຫວຽດ​ນາມ ສືບ​ຕໍ່​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ກຳ​ນົດ​ທິດ​ການ​ເຄື່ອນ​ໄຫວ ກໍ​ຄື​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ UNESCO. ຫວຽດ​ນາມ ປາດ​ຖະ​ໜາຢາກ​ສືບ​ຕໍ່​ຮ່ວມ​ມື ແລະ ໄດ້​ຮັບ​ການ​ໜູນ​ຊ່ວຍ​ຂອງ UNESCO ໃນ​ບັນ​ດາ​ບັນ​ຫາ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ, ວັດ​ທະ​ນະ​ທຳ ແລະ ຂໍ້​ມ​ູນ​ຂ່າວ​ສານ.


ຕອບກັບ

ຂ່າວ/ບົດ​ອື່ນ