VASEPຟ້ອງຮ້ອງການຈັດວາງອັດຕາພາສີຕ້ານການຂາຍບຸບລາຄາກຸ້ງຫວຽດນາມຄັ້ງທີ8

VASEPຟ້ອງຮ້ອງການຈັດວາງອັດຕາພາສີຕ້ານການຂາຍບຸບລາຄາກຸ້ງຫວຽດນາມຄັ້ງທີ8 - ảnh 1
ພາບ​ປະ​ກອບ:TTXVN
(vovworld)-​ ສະ​ຫະ​ສະ​ມາ​ຄົມ​ປຸງ​ແຕ່ງ ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດ​ນາມ (VASEP) ຕົກລົງສົ່ງ​ໃບ​ຟ້ອງ​ຮ້ອງ​ເຖິງ​ສານ​ການ​ຄ້າ​ສາ​ກົນ​ອາ​ເມ​ລິ​ກາ(USTIC) ກ່ຽວ​ກັບ​ວິ​ທີ​ຊື່ງ​ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ (DOC) ໄດ້​ຄິດ​ໄລ່ ແລະ ຈັດ​ວາງ​ອັດ​ຕາ​ພາ​ສີ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ​ກຸ້ງ​ຫວຽດ​ນາມ ທີ່ບໍ່​ມີ​ຄວາມ​ຍຸ​ຕິ​ທຳ ແລະ ບໍ່​ເໝາະ​ສົມ. ທ່ານ ຫງວຽນ​ຫືວ​ຢູງ, ຮອງ​ປະ​ທານ VASEP ໃຫ້​ຮູ້​ວ່າ: ຜູ້​ຕາງ​ຫນ້າ​ຂອງ 31/32 ວິ​ສາ​ຫະ​ກິດ​ຖືກ​ຈັດ​ວາງ​ອັດ​ຕາ​ພາ​ສີ​ຕ້ານ​ການ​ຂ​າຍ​ບຸບ​ລາ​ຄາ​ກຸ້ງ ໄດ້​ຈັດ​ການ​ປະ​ຊຸມ ແລະ ທັງ​ໝົດ​ລ້ວນ​ແຕ່​ເຫັນ​ດີ​ຕໍ່​ເລື່ອງ​ຈ​ະ​ເປັນ​ເອ​ກະ​ພາບ​ຄັດ​ຄ້າ​ນ​ຄຳ​ຕັດ​ສິນ​ຂອງ DOC ແລະ ຈະ​ຍື່ນ​ສະ​ເຫນີ​ໃບ​ຟ້ອງ​ຮ້ອງເຖິງ ສານ​ການ​ຄ້າ​ສາ​ກົນ​ອາ​ເມ​ລິ​ກາ ຄັດ​ຄ້ານ​ຄວາມ​ໄຮ້​ເຫດ​ຜົນ​ຂອງ DOC ເມື່ອ​ນຳ​ໃຊ້​ວິ​ທີ​ຄິດ​ໄລ່​ສະ​ເພາະ​ສຳ​ລັບ​ກຸ້ງ​ຫວຽດ​ນາມ. ນີ້​ແມ່ນ​ຂໍ້​ຕົກ​ລົງ​ຊື່ງ VASEP ເຫັນ​ວ່າ ໄຮ້​ເຫດ​ຜົນ ແລະ ຈຳ​ເປ​ັນ​ຕ້ອງ​ສົ່ງ​ໃບ​ຮ້ອງ​ຟ້ອງ​ຮຽກ​ຮ້ອງ DOC ຕ້ອງ​ມີ​ການ​ປ່ຽນ​ແປງ, ດັດ​ປັບ​ໃຫ້​ເໝາະ​ສົມ.

 

 

 

ຂ່າວ/ບົດ​ອື່ນ