VOVຮ່ວມມືສື່ສານກັບສະຖານີວິທະຍຸກະຈາຍສຽງໂທລະພາບແຫ່ງຊາດມົງໂກນ

VOVຮ່ວມມືສື່ສານກັບສະຖານີວິທະຍຸກະຈາຍສຽງໂທລະພາບແຫ່ງຊາດມົງໂກນ - ảnh 1
ຄະ​ນະ​ຜູ້​ແທນ VOV ແລະ MNB

(vovworld)​ ​- ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​​ໄຫວ​ສະ​ເຫຼີ​ມສະຫຼອງ 60 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ-​ມົງ​ໂກນ, ວັນ​ທີ 1/10/2014, ຢູ່ Ulaanbaatar ປະ​ເທດ​​ມົງ​​ໂກນ, ​ວິທະຍຸກະຈາຍສຽງ​ຫວຽດນາມ (VOV) ​ແລະ ວິທະຍຸ​ກະຈາຍສຽງ​ໂທລະພາບ​ແຫ່ງ​ຊາດ​ມົງ​ໂກນ (MNB) ​ໄດ້​ລົງ​ນາມ​ບົດ​ບັນທຶກ​ການ​ຮ່ວມ​ມື​ສື່ສານ ລະຫວ່າງ 2 ອົງການ. ຕາມ​ບົດ​ບັນທຶກ​ການ​ຮ່ວມ​ມື​ນີ້, VOV ​ແລະ MNB ຈະ​ແລກປ່ຽນ​ບັນດາ​ລາຍການກະຈາຍສຽງ​​ໂທລະພາບ, ຂ່າວ, ບົດ, ສ່ອງ​ແສງ​​ເຖິງ​ຊີວິດ, ປະຫວັດສາດ, ວັດທະນະທຳ​ສິລະ​ປະ​ຂອງ 2 ປະ​ເທດ, ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ສັງຄົມ ລະຫວ່າງ 2 ປະ​ເທດ; ສົມທົບ​ກັນ​ຜະລິດ​ບັນດາ​ລາຍການກະຈາຍສຽງ​ໂທລະພາບ ​ແລະ ບັນດາ​ການ​ຮ່ວມ​ມື.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານ Batbayar Yondonsambuu, ຮອງ​ຜູ້ອຳນວຍການ​​ໃຫຍ່​ວິທະຍຸ​ກະຈາຍສຽງ​​ໂທລະພາບ​​ແຫ່ງ​ຊາດມົງ​ໂກນ ຢັ້ງຢືນ​ວ່າ: ການ​ຮ່ວມ​ມື​ລະຫວ່າງ VOV ​ແລະ MNB ​ແມ່ນ​ພະຍານ​ຫຼັກ​ຖານ​ທີ່​ມີ​ຊີວິດ​ຊີວາ​ໃຫ້​ແກ່ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ