VOVແລະຄະນະກຳມະການປະຊາຊົນນະຄອນ ດ່າໜັງ ລົງນາມໃນການຮ່ວມມືດ້ານສື່ສານ

VOVແລະຄະນະກຳມະການປະຊາຊົນນະຄອນ ດ່າໜັງ ລົງນາມໃນການຮ່ວມມືດ້ານສື່ສານ - ảnh 1
ທ່ານ ຫງວຽນ​ເທ໋ກີ ຜູ້ອຳນວຍການ​ໃຫຍ່ VOV

(vovworld) - ຕອນ​ເຊົ້າ​ວັນ​ທີ 17/03, ຄະນະ​ປະຕິບັດ​ງານ​ຂອງ​ກາ​ນນຳ ວິທະຍຸ​ກະຈາຍສຽງ ຫວຽດນາມ (VOV) ​ໂດຍ​ທ່ານ ຫງວຽນ​ເທ໋ກີ ຜູ້ອຳນວຍການ​ໃຫຍ່ VOV ນຳ​ໜ້າ ມີ​ການ​ເຮັດ​ວຽກ​ກັບ​ທ່ານ ຮີ​ງດຶກ​ເທີ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະ​ຄອນ ດ່າ​ໜັງ ພ​້ອມດ້ວຍ​ຜູ້ຕາງໜ້າ​ຂອງ​ບັນດາຄະນະ, ​ຂະ​ແໜງ​ການຂອງ​ນະຄອນ. ທີ່​ການ​ເຮັດ​ວຽກ, ການ​ນຳ​ນະຄອນ ດ່າ​ໜັງ ຢືນຢັນ​ ສະໜັບສະໜູນ​ການ​ພັດ​ມະ​ນາ​ຢ່າງແຮງ​ຂອງ VOV. ການ​ນຳ VOV ກໍ່​ສະ​ແດງ​ຄວາມ​ສະໜັບ​ສະ​ໜູນ​ນະຄອນ ດ່າ​ໜັງ ພັດທະນາ​ໃຫ້​ສົ​ມ​ເປັນ​ນະຄອນ​ມີ​ກຳລັງ​ໜູນ​ຂອງພາກ​ກາງ.

        ກ່ອນ​ໜ້າ​ນັ້ນ ​ໃນ​ວັນ​ທີ 16/03, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​​ໂຄງການ​ຮ່ວມ​ມືສື່​ສານ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ວຽກ​ງານ​ສົມທົບ​ກັນ​ໃນ​ການ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ, ສັງຄົມ, ການປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ຂອງ​ນະຄອນ ດ່າ​ໜັງ ​ໃນ​ບັນດາພາຫະນະ​ສື່​ສານ​ຂອງ VOV.

ຕອບກັບ

ຂ່າວ/ບົດ​ອື່ນ