WBປະຈຳຫວຽດນາມເອົາໃຈໃສ່ເປັນພິເສດເຖິງການຄຸ້ມຄອງແຫຼ່ງນ້ຳແລະຕ້ານນ້ຳຖ້ວມຂອງນະຄອນໂຮ່ຈີມິນ

WBປະຈຳຫວຽດນາມເອົາໃຈໃສ່ເປັນພິເສດເຖິງການຄຸ້ມຄອງແຫຼ່ງນ້ຳແລະຕ້ານນ້ຳຖ້ວມຂອງນະຄອນໂຮ່ຈີມິນ - ảnh 1
ທ່ານ ຫງວຽນ​ແທ່ງ​ຟອງ ​ຕ້ອນຮັບ​ທ່ານ Ousmane Dione
(ພາບ: VOH)

(vovworld) – ຕອນ​ບ່າຍ​ວັນ​ທີ 29/09, ຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່ານ ຫງວຽນ​ແທ່ງ​ຟອງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້ການ​ຕ້ອນຮັບ​ທ່ານ Ousmane Dione ຜູ້​ອຳ​ນວຍ​ການ​ທະນາຄານ​ໂລກ​ປະຈຳ ຫວຽດນາມ, ​ເນື່ອງ​ໃນ​ໂອ​ກາດ​ທ່ານ Ousmane Dione ຮັບ​ໜ້າ​ທີ່​ປະຕິບັດ​ງານ​ຢູ່ ຫວຽດນາມ. ທ່ານ ຫງວຽນ​ແທ່ງ​ຟອງ ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຢ່າງ​ແທ​ດ ຈິງ, ສຳຄັນ​ຂອງ​ທະນາຄານ​ໂລກ ສຳລັບ​ນະຄອນ​ໃນ​ໄລຍະ​ຜ່ານ​ມາ. ປະຈຸ​ບັນ ທະນາຄານ​ໂລກ ພວມ​ໜູນ​ຊ່ວຍ​ໃຫ້​ນະຄອນ​ປະຕິບັດ​ 9 ໂຄງການ ​ໃນ​ບັນດາ​ຂົງ​ເຂດ; ອະນາ​ໄມ​ສິ່ງ​ແວດ​ລ້ອມ, ຄຸ້ມ​ຄອງ​ຄົມມະນາຄົມ​ສາທາລະນະ, ພັດທະນາ​ຄົມມະນາຄົມ​ຂຽວ, ຄຸ້ມ​ຄອງຄວາມ​ສ່ຽງຈາກ​ນ້ຳ​ຖ້ວມ…​ບັນດາ​ໂຄງການ​ດັ່ງກ່າວ ​ເມື່ອ​ສຳ​ເລັດ​ຈະ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ຂອງ​ນະຄອນ​ພໍ​ສົມຄວນ, ສ້າງ​ເງື່ອນ​ໄຂ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຍົກ​ສູງ​ຄຸນ​ນະພາ​ບຊີວິດການ​ເປັນ​ຢູ່​.

        ສ່ວນ​ທ່ານ Ousmane Dione ຜູ້​ອຳ​ນວຍ​ການ​ທະນາຄານ​ໂລກ ​ເນັ້ນ​ໜັກ​ວ່າ: ​ໃນ​ຫລາຍ​ຂົງ​ເຂດ​ພັດທະນາ​ຂອງ​ນະຄອນ, ທະນາຄານ​ໂລກ ປາດ​ຖະໜາ​ເປັນ​ພິ​ເສດ​ເຖິງ​ການໜູນ​ຊ່ວຍ​ນະຄອນ​​ໃນ​ການ​ຄຸ້ມ​ຄອງ​ແຫຼ່ງນ້ຳ ​ແລະ ຕ້ານ​ນ້ຳ​ຖ້ວມ.

 

 

 

ຂ່າວ/ບົດ​ອື່ນ