WHOກ່າວເຕືອນການປະກົດຕົວຂອງບັນດາພະຍາດຕິດແປດ

WHOກ່າວເຕືອນການປະກົດຕົວຂອງບັນດາພະຍາດຕິດແປດ - ảnh 1
ຜູ້​ອຳ​ນວຍ​ການ​ໃຫຍ່ WHO ທ່ານ​ນາງ Magaret Chan
(ພາບ​ປະ​ກອບ: AFP)

(vovworld) - ວັນ​ທີ 23/05, ອົງ​ການ​ອະ​ນາ​ໄມ​ໂລ​ກ (WHO) ໄດ້​ອອກ​ສຽງ​ກ່າວ​ເຕ​ືອນ​ກ່ຽວ​ກັບ​ການ​ປະ​ກົດ​ຕົວ​ບັນ​ດາ​​ພະ​ຍາດ​ຕິດ​ແປດ ກໍ​ຄື​ໄພ​ພິ​ບັດ​ໂດຍ​ມະ​ນຸດກໍ່​ຂຶ້ນ. WHO ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງທີ່​ສຸດສຳ​​ລັບ​ຂະ​ແໜງ​ສາ​ມາ​ລະ​ນະ​ສຸກ​​ຂອງປະ​ເທດ​ຕ່າງໆ​ໃນ​​ປ​ະ​ຈຸ​ບັນ​ນີ້ ແລະ ຮຽກ​ຮ້ອງ​ໃຫ້​ມີ​ປະ​ຕິ​ກິ​ລິ​ຍາ​ຢ່າງ​ທັນ​ການ​ໃນ​ທົ່ວ​ໂລກ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສາ​ທາ​ລະ​ນະ​ສຸກ​ໂລກ​ຄັ້ງ​ທີ 69 ຢູ່​ເຊີ​ແນວ, ປ​ະ​ເທດ​ສະ​ວິດ, ຜູ້​ອຳ​ນວຍ​ການ​ໃຫຍ່ WHO ທ່ານ​ນາງ Magaret Chan ໄດ້​ອອກ​ສຽງ​ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ປະ​ເທດ ຈຳ​ເປັນ​ຕ້ອງ​ສ້າງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ທີ່​ເຂັ້ມ​ແຂງກວ່າ, ພ້ອ​ມ​ທັງ​ເນັ້ນ​ໜັກ​ວ່າ: ເລື່ອງ​ມີ​ປະ​ຕິ​ກິ​ລິ​ຍາ​ຢ່າງ​ຊັກ​ຊ້າ ແລະ ​ຂາດ​ປະ​ສິດ​ທິ​ຜົນ​ ຄື​ການ​ຮັບ​ມື​ກັບໂລ​ລະ​ບາດ Ebola ໃນ​ໄລ​ຍະ​ຜ່ານ​ມາ ແມ່ນ​ການ​ປະ​ລາ​ໄຊ​ ດັ່ງ​ນັ້ນບໍ່​ໃຫ້​ເກີດຂຶ້ນ​ໃນ​ອະ​ນາ​ຄົດອີກ. ຕາມ​ທ່ານ​ນາງ Magaret Chan ແລ້ວ, ການກໍ່​ສ້າງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​​ເຂັ້ມ​ແຂງ​ແມ່ນ​ມາດ​ຕະ​ການ​ກັນ​ພະ​ຍາດ​ທຳ​ອິດທີ່​ພວມ​ເຮົາ​ຕ້ອງ​ມຸ່ງ​ໄປ​ເຖິງ​. ບັນ​ຫານີ້​ຈະ​ຖືກ​ຍົກ​ອອກ​ມາ​​ປຶກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ​ສຸດຍອດ G7 ໃນ​ທ້າຍ​ສັບ​ປະ​ດານີ້​ຢູ່​ຍີ່​ປຸ່ນ.

ຂ່າວ/ບົດ​ອື່ນ