ADB ຢັ້ງຢືນຄືນໃໝ່ຈະໜູນຊ່ວຍການຮ່ວມມືໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ADB ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍບັນດາໂຄງການອະນຸພາກພື້ນນີ້ ດ້ວຍບົດບາດເປັນຜູ້ອຸປະຖຳ, ນາຍໜ້າທີ່ສັດຊື່ບໍລິສຸດ, ນັກສະໜອງທີ່ມີພູນປັນຍາ ແລະ ເປັນຝ່າຍສົ່ງເສີມເພື່ອຊຸກຍູ້ບັນດາແຫຼ່ງກຳລັງຂອງລັດ ແລະ ເອກະຊົນໃຫ້ແກ່ການເຄື່ອນໄຫວລົງທຶນ ຂອງພາກພື້ນ.

ວັນທີ 23 ມິຖຸນາ, ທ່ານ Takehiko Nakao, ປະທານທະນາຄານພັດທະນາ ອາຊີ (ADB) ໄດ້ຢັ້ງຢືນຄືນໃໝ່ການໜູນຊ່ວຍຂອງ ADB ກ່ຽວກັບສອງຂໍ້ລິເລີ່ມພັດທະນາ ອານຸພາກພື້ນ - ສາມຫຼ່ຽມພັດທະນາອິນໂດເນເຊຍ - ມາເລເຊຍ - ໄທ ແລະ ພາກພື້ນພັດທະນາທາງທິດຕາເວັນອອກ ອາຊຽນ ລວມມີ: ບຣູໄນ, ອິນໂດເນເຊຍ  - ມາເລເຊຍ - ຟິລິບປິນ. ຕາມທ່ານປະທານ ADB ແລ້ວ, ບັນດາພື້ນຖານເສດຖະກິດ ຂອງ ອະນຸພາກພື້ນ 2 ແຫ່ງນີ້ ສືບຕໍ່ສະແດງໃຫ້ເຫັນຄວາມສາມາດປັບຕົວເຂົ້າກັບສະພາບການຄວາມເຄັ່ງຕຶງທາງການຄ້າທົ່ວໂລກພວມເພີ່ມຂຶ້ນ, ດ້ວຍຄວາມຕ້ອງການພາຍໃນພາກພື້ນຢ່າງແຮງໄດ້ໜູນຊ່ວຍຮັກສາການເຕີບໂຕແລະ ບັນດານັກວາງນະໂຍບາຍໄດ້ກຳນົດຢ່າງຈະແຈ້ງເພື່ອຮັບມືກັບບໍ່ວ່າການຜັນແປ່ໃດໆ. ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອາຊຽນ ຊຶ່ງໄດ້ຈັດຕັ້ງຢູ່ ບາງກອກ, ປະເທດ ໄທ, ທ່ານ Nakao ໄດ້ເນັ້ນໜັກເຖິງການຮ່ວມມືເສດຖະກິດສຳຄັນລະຫວ່າງ ຍີ່ປຸ່ນ ແລະ ອາຊຽນໃນຊຸມທົດສະວັດມໍ່ໆມານີ້, ເມື່ອພາກພື້ນອາຊຽນນັບມື້ນັບມີຄວາມສາມາດປັບຕົວໃຫ້ເໝາະສົມ, ສະໝ່ຳສະເໝີ, ຍືນຍົງ ແລະ ແກ້ງແຍ້ງແຂ່ງຂັນດ້ານເສດຖະກິດ. ADB ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍບັນດາໂຄງການອະນຸພາກພື້ນນີ້ ດ້ວຍບົດບາດເປັນຜູ້ອຸປະຖຳ, ນາຍໜ້າທີ່ສັດຊື່ບໍລິສຸດ, ນັກສະໜອງທີ່ມີພູນປັນຍາ ແລະ ເປັນຝ່າຍສົ່ງເສີມເພື່ອຊຸກຍູ້ບັນດາແຫຼ່ງກຳລັງຂອງລັດ ແລະ ເອກະຊົນໃຫ້ແກ່ການເຄື່ອນໄຫວລົງທຶນ ຂອງພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ