ADB ແລະ BIDV ລົງນາມສັນຍາ ໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມລວມມູນຄ່່າ 300 ລ້ານໂດລາສະຫະລັດ

(VOVWORLD) -ADB ຈະສົມທົບກັບ BIDV ເພື່ອຫັນການຜົນກະທົບທີ່ຕັ້ງໜ້າທາງດ້ານສັງຄົມ ແລະ ບ້ວງເງິນການໜູນຊ່ວຍໃຫ້ດີທີ່ສຸດ, ຜ່ານການຜັນຂະຫຍາຍລະບົບການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ. 
ADB ແລະ BIDV ລົງນາມສັນຍາ ໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມລວມມູນຄ່່າ 300 ລ້ານໂດລາສະຫະລັດ - ảnh 1ທະນາຄານພັດທະນາອາຊີ  ທະນາຄາມການຄ້າ ຫຸ້ນສ່ວນການລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ໄດ້ລົງນາມໃນສັນຍາສິນເຊື່ອມູນຄ່າ 300 ລ້ານໂດລາສະຫະລັດ (ພາບ: VGP/Huy Thang)

ຕາມແຫຼ່ງຂ່າວຈາກທະນາຄານພັດທະນາອາຊີ (ADB), ວັນທີ 12 ທັນວາ, ທະນາຄານນີ້ ກັບທະນາຄາມການຄ້າ ຫຸ້ນສ່ວນການລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ໄດ້ລົງນາມໃນສັນຍາສິນເຊື່ອມູນຄ່າ 300 ລ້ານໂດລາສະຫະລັດ ເພື່ອໜູນຊ່ວຍການພັດທະນາ ແລະ ເພີ່ມທະວີປະສິດທິຜົນການດຳເນີນທຸລະກິດ ຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ຫວຽດນາມ.

ຕາມນັ້ນແລ້ວ, ສັນຍາໃຫ້ກູ້ຢືມສິນເຊື່ອນີ້ລວມມີ ບ້ວງເງິນກູ້ A ດ້ວຍມູນຄ່າ 200 ລ້ານໂດລາສະຫະລັດ ໂດຍ ADB ເປັນຜູ້ສະໜອງ, ແລະ ບ້ວງເງິນກູ້ B ດ້ວຍມູນຄ່າ 100 ລ້ານໂດລາສະຫະລັດ ແມ່ນທາງ ADB ຈັດວາງການໂຮມທຶນຈາກ ທະນາຄານການຄ້າ 12 ແຫ່ງ, ແຕ່ລະບັນຊີການເງິນກູ້ໄດ້ແບ່ງອອກເປັນສອງພາກສ່ວນ ມີກຳນົດເວລາ 3 ປີ ແລະ 5 ປີ.

ດ້ວຍບ້ວງເງິນກູ້ນີ້, ADB ໄດ້ກາຍເປັນ ອົງການການເງິນພັດທະນາແຫ່ງທຳອິດທີ່ສະໜອງທຶນກູ້ຢືມໄລຍະຍາວໃຫ້ແກ່ BIDV.  ADB ຈະສົມທົບກັບ BIDV ເພື່ອຫັນການຜົນກະທົບທີ່ຕັ້ງໜ້າທາງດ້ານສັງຄົມ ແລະ ບ້ວງເງິນການໜູນຊ່ວຍໃຫ້ດີທີ່ສຸດ, ຜ່ານການຜັນຂະຫຍາຍລະບົບການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ. ການເງິນດີຈີຕອນ ຈະໄດ້ຮັບການຊຸກຍູ້ຜ່ານການນຳໃຊ້ບັນດາຜະລິດຕະພັນຫັນເປັນດີຈີຕອນໃໝ່ ເພື່ອເຂົ້າເຖິງບັນດາກຸ່ມເປົ້າໝາຍທີ່ຍັງບໍ່ທັນນໍາໃຊ້ບໍລິການທາງດ້ານການເງິນ ຢູ່ບັນດາເຂດຊົນນະບົດ, ລວມທັງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ມີຜູ້ຍິງເປັນເຈົ້າຂອງ.

ຕອບກັບ

ຂ່າວ/ບົດ​ອື່ນ