ADB ໜູນຊ່ວຍຫວຽດນາມຊຸກຍູ້ການພັດທະນາການທ່ອງທ່ຽວຢູ່ບັນດາເຂດຕົວເມືອງລະດັບ 2

(VOVWORLD) -ວັນທີ 10 ທັນວາ, ທະນາຄານພັດທະນາອາຊີ (ADB) ໄດ້ແຈ້ງໃຫ້ຊາບວ່າ, ADB ໄດ້ອະນຸມັດຜ່ານບ້ວງເງິນກູ້ຢືມທີ່ມີມູນຄ່າ 45 ລ້ານ USD ໃນໂຄງການພັດທະນາພື້ນຖານໂຄງລ່າງດ້ານການທ່ອງທ່ຽວໜູນຊ່ວຍໃຫ້ແກ່ການເຕີບໂຕຮອບດ້ານຂົງເຂດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ໄລຍະ 2

ເພື່ອຊ່ວຍຫວຽດນາມ ຫັນປ່ຽນບັນດາເຂດຕົວເມືອງລະດັບ 2 ໃຫ້ກາຍເປັນບັນດາສະຖານທີ່ທ່ອງທ່ຽວມີລັກສະນະແກ່ງແຍ້ງ ແລະ ພັດທະນາ. ໂຄງການຈະກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ ແລະ ເຂດຕົວເມືອງຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ຈຳເປັນ ເພື່ອຊ່ວຍເພີ່ມຈຳນວນນັກທ່ອງທ່ຽວ ແລະ ການເຄື່ອນໄຫວລົງທຶນໃຫ້ແກ່ບັນດາການບໍລິການດ້ານການທ່ອງທ່ຽວຢູ່ບັນດາແຂວງຄື: ຮ່ວາບິ່ງ, ເງະອານ, ກວາງບິ່ງ, ກວາງຈີ້ ແລະ ເທື່ອທຽນ - ເຫ້ວ. ພ້ອມກັນນັ້ນ, ຜ່ານການຝຶກອົບຮົມ, ໂຄງການກໍ່ຊ່ວຍຮັບປະກັນການຄຸ້ມຄອງການທ່ອງທ່ຽວຢູ່ບັນດາເຂດໂຄງການທີ່ຕອບສະນອງມາດຕະຖານຂອງອາຊຽນ.

        ໂຄງການກໍ່ຈະພັດທະນາສະພາບແວດລ້ອມເຂດຕົວເມືອງຂຽວ ແລະ ຝັ່ງທະເລຢູ່ບັນດາແຂວງດັ່ງກ່າວ, ອາດຈະນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນປະມານ 168.000 ຄົນ ແລະ ນັກທ່ອງທ່ຽວກວ່າ 8 ລ້ານຄົນໃນແຕ່ລະປີ.

ຕອບກັບ

ຂ່າວ/ບົດ​ອື່ນ