ADMM 12: ຫວຽດນາມ ສ້າງຕັ້ງເຄືອຂ່າຍຮັບມືກັບບັນດາສິ່ງທ້າທາຍຈາກຄວາມໝັ້ນຄົງແບບໃໝ່

(VOVWORLD) - ໄປຄຽງຄູ່ກັນນັ້ນ, ບັນດາລັດຖະມົນຕີໄດ້ໃຫ້ຄຳໝັ້ນສັນຍາສືບຕໍ່ຍູ້ແຮງການຕ້ານກໍ່ການຮ້າຍບົນພື້ນຖານແບ່ງປັນໃນການຮ່ວມມືປ້ອງກັນປະເທດ ແລະ ການທະຫານ

ຕອນເຊົ້າວັນທີ 19 ຕຸລາ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ADMM) ຄັ້ງທີ 12 ໄດ້ໄຂຂຶ້ນຢູ່ສິງກະໂປ, ດ້ວຍການເຂົົ້າຮ່ວມຂອງເຈົ້າໜ້າທີ່ກະຊວງປ້ອງກັນປະເທດແຖວໜ້າຈາກ 10 ປະເທດສະມາຊິກ. ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍທ່ານພົນເອກ ໂງຊວນລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າເຂົ້າຮ່ວມກອງປະຊຸມ.

        ທີ່ກອງປະຊຸມ, ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ 10 ປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບສ້າງຕັ້ງເຄືອຂ່າຍຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ທີ່ມາຈາກໄພນາບຂູ່ຈາກເຄມີ, ຊີວະສາດ ແລະ ກຳມັນຕະພາບລັງສີ. ໄປຄຽງຄູ່ກັນນັ້ນ, ບັນດາລັດຖະມົນຕີໄດ້ໃຫ້ຄຳໝັ້ນສັນຍາສືບຕໍ່ຍູ້ແຮງການຕ້ານກໍ່ການຮ້າຍບົນພື້ນຖານແບ່ງປັນໃນການຮ່ວມມືປ້ອງກັນປະເທດ ແລະ ການທະຫານ, ເພີ່ມທະວີການສົມທົບກັນຊ້ອມຮົບຮ່ວມທາງທະເລ ແລະ ທາງອາກາດ ເພື່ອຫລຸດຜ່ອນຜົນເສຍຫາຍ ແລະ ບໍ່ເຮັດໃຫ້ຄວາມເຄັ່ງຕຶງປີນຂັ້ນໄດ… ບັນດາລັດຖະມົນຕີ ອີກຄັ້ງໜຶ່ງໄດ້ຢັ້ງຢືນເຖິງຄວາມສຳຄັນຂອງຄວາມສາມັກຄີ, ຄວາມເປັນເອກະພາບໃນອາຊຽນ ເພື່ອຮັບມືກັບບັນດາສິ່ງທ້າທາຍລວມຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ