APEC 2017: ກາລະໂອກາດ ເພື່ອໃຫ້ຫວຽດນາມ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ປັບປຸງທີ່ຕັ້ງສາກົນ

(VOVWORLD) -ນີ້ແມ່ນຂໍ້ສັງເກດຂອງບົດຂຽນທີ່ລົງໃນສື່ເອເລັກໂຕນິກ Iapsdialogue.org ຂອງ ປະເທດອັງກິດໂດຍ ສັງເກດກ່ຽວກັບເຫດການທີ່ຫາກໍ່ດຳເນີນຢູ່ ດ່າໜັງ.
 
APEC 2017:  ກາລະໂອກາດ ເພື່ອໃຫ້ຫວຽດນາມ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ປັບປຸງທີ່ຕັ້ງສາກົນ - ảnh 1 ພາບປະກອບ

ສັບປະດາຂັ້ນສູງ ເວທີປາໄສຮ່ວມມືດ້ານເສດຖະກິດ ອາຊີ - ປາຊີຟີກ (APEC) 2017 ແມ່ນ ກາລະໂອກາດທີ່ດີເພື່ອໃຫ້ ຫວຽດນາມ ຊຸກຍູ້ການຮ່ວມມືກ່ຽວກັບການຫັນການຄ້າ, ການລົງທຶນເປັນເສລີ ກໍ່ຄືສ້າງເງື່ອນໄຂສະດວກໃຫ້ສະພາບແວດລ້ອມແຫ່ງການຮ່ວມມືກ່ຽວກັບເສດຖະກິດ, ເຕັກນິກ… ນີ້ແມ່ນຂໍ້ສັງເກດຂອງບົດຂຽນທີ່ລົງໃນສື່ເອເລັກໂຕນິກ Iapsdialogue.org ຂອງ ປະເທດອັງກິດໂດຍ ສັງເກດກ່ຽວກັບເຫດການທີ່ຫາກໍ່ດຳເນີນຢູ່ ດ່າໜັງ.

        ບົດຂຽນຖືວ່າ: ໃນ 2 ປີຜ່ານມານີ້, ເສດຖະກິດຂອງ ຫວຽດນາມ ໄດ້ສັງເກັດເຫັນການຟື້ນຟູຢ່າງຕັ້ງໜ້າດ້ວຍລະດັບເຕີບໂຕສະເລ່ຍ ກວ່າ 6% ເນື່ອງຈາກຄວາມຕ້ອງການພາຍໃນຫຼາຍຂຶ້ນ, ມູນຄ່າສິນຄ້າເພີ່ມຂຶ້ນ ແລະ ຜະລິດຕາມກຳນົດທິດສົ່ງອອກ. ບັນດາສັນຍາການຄ້າເສລີ (FTA)  ແມ່ນບັນດາສິ່ງເຊິ່ງ ຫວຽດນາມ ພວມຊອກຫາເພື່ອຊຸກຍູ້ພື້ນຖານເສດຖະກິດທີ່ອີງໃສ່ການສົ່ງອອກ.

        ຕາມບົດຂຽນດັ່ງກ່າວ, ຫວຽດນາມສາມາດນຳໃຊ້ບົດບາດແມ່ນປະເທດເຈົ້າພາບ APEC 2017 ເພື່ອຊຸກຍູ້ທິດທາງນະໂຍບາຍທາງການທູດ. ບົດຂຽນຖືວ່າກອງປະຊຸມສຸດຍອດ APEC 2017 ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ