APEC 2017: ຈັດກອງປະຊຸມກະກຽມການເຈລະຈານະໂຍບາຍຂັ້ນສູງກ່ຽວກັບ ການທ່ອງທ່ຽວແບບຍືນຍົງ

(VOVWORLD) -ຕອນເຊົ້າວັນທີ 06 ມິຖຸນາ, ຢູ່ແຂວງກວາງນິງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມຄະນະຈັດຕັ້ງ ແລະ ບັນດາອະນຸກຳມະການກະກຽມໃຫ້ການເຈລະຈານະໂຍບາຍຂັ້ນສູງກ່ຽວກັບການທ່ອງທ່ຽວແບບຍືນຍົງໃນຂອບເຂດ APEC ເຊິ່ງຈະຖືກດຳເນີນໃນລະຫວ່າງວັນທີ 18 – 20 ມິຖຸນາ ຢູ່ແຂວງກວາງນິງ.
APEC 2017: ຈັດກອງປະຊຸມກະກຽມການເຈລະຈານະໂຍບາຍຂັ້ນສູງກ່ຽວກັບ ການທ່ອງທ່ຽວແບບຍືນຍົງ - ảnh 1 (ພາບປະກອບອີນເຕີແນັດ)

ຄາດວ່າ, ຈະມີຜູ້ແທນສາກົນແຕ່ 70 – 75 ທ່ານເຂົ້າຮ່ວມກອງປະຊຸມນີ້. ຢູ່ນອກກອງປະຊຸມ, ຈະມີບັນດາການເຄື່ອນໄຫວພົບປະແລກປ່ຽນ 2 ຝ່າຍ, ຢ້ຽມຢາມອ່າວ ຫ້າລອງ, ຫໍພິພິຕະພັນກວາງນິງ ແລະ ງານວາງສະແດງພາບຖ່າຍການທ່ອງທ່ຽວ.


ຕອບກັບ

ຂ່າວ/ບົດ​ອື່ນ