APEC 2017 ຈະສ້າງມູນຄ່າເພີ່ມໃຫຍ່ຫຼວງໃຫ້ແກ່ ເສດຖະກິດ ຫວຽດນາມ.

(VOVWORLD) - APEC 2017 ຈະສ້າງມູນຄ່າເພີ່ມໃຫຍ່ຫຼວງໃຫ້ແກ່ ເສດຖະກິດ ຫວຽດນາມ ເມື່ອຫຼາຍໂຄງການ, ສັນຍາຢູ່ APEC ຈະໄດ້ລົງນາມ, ປະກອບສ່ວນເສີມການເຕີບໂຕເສດຖະກິດຂອງ ຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງ ທ່ານ ຫວູຕຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ທີ່ກອງປະຊຸມຂ່າວ, ໃນວັນທີ 21 ມິຖຸນາ
APEC 2017 ຈະສ້າງມູນຄ່າເພີ່ມໃຫຍ່ຫຼວງໃຫ້ແກ່ ເສດຖະກິດ ຫວຽດນາມ. - ảnh 1 ທ່ານ ຫວູຕຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ທີ່ກອງປະຊຸມຂ່າວ

ກ່ຽວກັບການເຄື່ອນໄຫວກ່ຽວຂ້ອງເຖິງວິສາຫະກິດມຸ້ງໄປສູ່ສັບປະດາສຸດຍອດ APEC ຫວຽດນາມ 2017. ທ່ານ ຫວູຕຽນລົກ  ກໍ່ໄດ້ໃຫ້ຮູ້ວ່າ: ໄລຍະຈະມາເຖິງ VCCI ຈະສຶບຕໍ່ເປັນເຈົ້າພາບຈັດຕັ້ງບັນດາກອງປະຊຸມສະພາທີ່ປຶກສາການດຳເນີນທຸລະກິດ APEC 3 ຢູ່ ການາດາ ແລະ ພິເສດແມ່ນກອງປະຊຸມສະພາທີ່ປຶກສາການດຳເນີນທຸລະກິດ APEC 4 ຢູ່ ດ່າໜັງ ເພື່ອສຸມໃສ່ການປຶກສາຫາລື ແລະ ເພື່ອຍົກອອກບັນດາຂໍ້ສະເໜີແນະຂອງວິສາຫະກິດ. ກອງປະຊຸມຈະສຸມໃສ່ 4 ຈຸດບຸລິມະສິດຄື: ເພີ່ມທະວີການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ; ຊຸກຍູ້ການເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະ ຮອບດ້ານ; ຍົກສູງການແກ່ງແຍ້ງຂອງວິສາຫະກິດຂະໜາດກາງ, ນ໊ອຍ ແລະ ນ້ອຍສຸດ, ສົ່ງເສີມການປ່ຽນແປງໃໝ່ໃນສັງຄະລາດດີຈີຕອນ; ຄໍ້າປະກັນດ້ານສະບຽບອາຫານ, ຊຸກຍູ້ກະສິກຳແບບຍືນຍົງ ແລະ ຮັບມືຢ່າງເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ