APEC 2017: ດ່າໜັງ ກຽມພ້ອມຈັດຕັ້ງໃຫ້ສັບປະດາຂັ້ນສູງ APEC 2017

(VOVWORLD) - ສັບປະດາຂັ້ນສູງ APEC 2017 ຈະຖືກຈັດຕັ້ງຢູ່ນະຄອນ ດ່າໜັງ ໃນເດືອນ ພະຈິກ ຈະມາເຖິງ. ສັບປະດາຂັ້ນສູງ APEC 2017 ຢູ່ ດ່າໜັງ ໄດ້ຮັບຄວາມມຸ່ງຫວັງວ່າ ຈະປະກອບສ່ວນສ້າງຂີດໝາຍ, ໂຄສະນາຮູບພາບກ່ຽວກັບປະເທດ ແລະ ຊາວ ຫວຽດນາມ…
APEC 2017: ດ່າໜັງ ກຽມພ້ອມຈັດຕັ້ງໃຫ້ສັບປະດາຂັ້ນສູງ APEC 2017 - ảnh 1 ດ່າໜັງ ກຽມພ້ອມຈັດຕັ້ງໃຫ້ສັບປະດາຂັ້ນສູງ APEC 2017 ພາບ: TTXVN

ມາຮອດປະຈຸບັນ, ດ່າໜັງ ໄດ້ສຳເລັດໂດຍພື້ນຖານບັນດາກິດຈະກຳຮາກຖານວັດຖຸ ເພື່ອຮັບໃຊ້ສັບປະດາຂັ້ນສູງ APEC 2017. ຕາມຄະນະໂຄສະນາສຶກສານະຄອນ ດ່າໜັງ ແລ້ວ, ເຫດການສຳຄັນຍິ່ງດັ່ງກ່າວ ຈະສ້າງກາລະໂອກາດໃຫ້ບັນດາວິສາຫະກິດທ້ອງຖິ່ນສະໜອງສິນຄ້າ, ການບໍລິການຮັບໃຊ້ບັນດາການເຄື່ອນໄຫວຂອງ APEC 2017 ຢູ່ ດ່າໜັງ; ພ້ອມທັງ ໂຄສະນາເຄື່ອງໝາຍການຄ້າ, ເຊື່ອມຕໍ່ກັບວິສາຫະກິດສາກົນ…ພ້ອມກັນນັ້ນ ນີ້ກໍ່ແມ່ນໂອກາດເພື່ອການລົງທຶນພັດທະນາພື້ນຖານໂຄງລ່າງນະຄອນ, ປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ປະຊາຊົນ.

        ຄາດວ່າ ມີຜູ້ແທນຊຶ່ງແມ່ນບັນດາການນຳຂອງ 21 ພື້ນຖານເສດຖະກິດສະມາຊິກ APEC, ບັນດາວິສາຫະກິດ ແລະ ສື່ມວນຊົນສາກົນປະມານ 10.000 ຄົນ ຈະມາ ດ່າໜັງ ເຂົ້າຮ່ວມສັບປະດາຂັ້ນສູງ APEC 2017.

ຕອບກັບ

ຂ່າວ/ບົດ​ອື່ນ