APEC 2017: ປະທານາທິບໍດີ ສ. ເກົາຫຼີ ສະໜັບສະໜູນການເຊັນສັນຍາ RCEP ໂດຍໄວ

(VOVWORLD) -ທ່ານ Moon Jae – in ເນັ້ນໜັກວ່າ ເນື້ອໃນຈິດໃຈເຊື່ອມໂຍງເຂົ້າກັບເສດຖະກິດໂດຍຜ່ານການຄ້າເສລີ ເຊິ່ງ APEC ພວມເດີນຕາມ ແມ່ນພື້ນຖານສ້າງຄວາມສຳເລັດ ແລະ ປະຈຸບັນ, ແມ່ນຮອດເວລາຕ້ອງສ້າງບັນດາລະບອບລະບຽບການໃຫ້ແກ່ການຄ້າເສລີພາກພື້ນ
APEC 2017: ປະທານາທິບໍດີ ສ. ເກົາຫຼີ ສະໜັບສະໜູນການເຊັນສັນຍາ RCEP ໂດຍໄວ - ảnh 1 ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in 

ວັນທີ 10 ພະຈິກ, ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ຮຽກຮ້ອງຊຸກຍູ້ການຄ້າເສລີຢູ່ພາກພື້ນ ອາຊີ - ປາຊີຟິກ, ພ້ອມທັງສະແດງການສະໜັບສະໜູນເລື່ອງເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໂດຍໄວ. ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະການໂອ້ລົມສົນທະນາລະຫວ່າງ ບັນດາການນຳ APEC ແລະ ສະພາທີ່ປຶກສາວິສາຫະກິດ APEC (ABAC), ທ່ານ Moon Jae – in ເນັ້ນໜັກວ່າ ເນື້ອໃນຈິດໃຈເຊື່ອມໂຍງເຂົ້າກັບເສດຖະກິດໂດຍຜ່ານການຄ້າເສລີ ເຊິ່ງ APEC ພວມເດີນຕາມ ແມ່ນພື້ນຖານສ້າງຄວາມສຳເລັດ ແລະ ປະຈຸບັນ, ແມ່ນຮອດເວລາຕ້ອງສ້າງບັນດາລະບອບລະບຽບການໃຫ້ແກ່ການຄ້າເສລີພາກພື້ນ. ເນື້ອໃນຈິດໃຈດັ່ງກ່າວນີ້ຕ້ອງໄດ້ຮັບການເສີມຂະຫຍາຍ ແລະ ຄວນສ້າງເຂດການຄ້າເສລີ ອາຊີ - ປາຊີຟິກ (FTAAP) ຕາມຂໍ້ສະເໜີຂອງ ABAC ໂດຍໄວ.

        ກໍ່ຕາມທ່ານປະທານາທິບໍດີ ສ. ເກົາຫຼີ ແລ້ວ, ເສັ້ນທາງພັດທະນາເຊິ່ງ APEC ໄດ້ເລືອກເຟັ້ນ ຈະແມ່ນເສັ້ນທາງແຫ່ງການພັດທະນາຂອງພື້ນຖານເສດຖະກິດທົ່ວໂລກ. ເພື່ອບັນລຸໄດ້ຄາດໝາຍຊຸກຍູ້ການຄ້າເສລີຢູ່ພາກພື້ນ ອາຊີ - ປາຊີຟິກ, ສ. ເກົາຫຼີ ຈະມານະພະຍາຍາມກ່ວາອີກ ເພື່ອມຸ່ງໄປເຖິງການເຊັນ RCEP ເພື່ອຫັນການພັດທະນາ ແລະ ຄວາມວັດທະນາຖາວອນຂອງ APEC ໃຫ້ປະກົດຜົນເປັນຈິງໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ