APEC 2017: ສ້າງກົນໄກລວມເພື່ອໜູນຊ່ວຍໄພທຳມະຊາດຢູ່ໃນພາກພື້ນ APEC ຢ່າງຮີບດ່ວນ

(VOVWORLD) - ໃນຂອບເຂດກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 3 (SOM 3) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 21 ສິງຫາ, ຢູ່ນະຄອນໂຮ່ຈີມິນ, ກຸ່ມປະຕິບັດງານກ່ຽວກັບການຮັບມືກັບສະພາບການຮີບດ່ວນ APEC (EPWG) ໄດ້ຈັດຕັ້ງກອງປະຊຸມ ຄັ້ງທີ 12, ເພື່ອແນໃສ່ແບ່ງປັນບົດຮຽນການຮັບມືຢ່າງຮີບດ່ວນຂອງບັນດາພື້ນຖານເສດຖະກິດສະມາຊິກ.

APEC 2017: ສ້າງກົນໄກລວມເພື່ອໜູນຊ່ວຍໄພທຳມະຊາດຢູ່ໃນພາກພື້ນ APEC ຢ່າງຮີບດ່ວນ - ảnh 1 ທ່ານ ເຈີ່ນກວາງຮ່ວາຍ, ຫົວໜ້າກົມໃຫຍ່ປ້ອງກັນ, ຕ້ານໄພພິບັດທຳມະຊາດ

(ພາບ: Phương Hoa – TTXVN)

ກ່າວເປີດກອງປະຊຸມ, ທ່ານ ເຈີ່ນກວາງຮວ່າຍ ຫົວໜ້າກົມໃຫຍ່ປ້ອງກັນ ແລະ ຕ້ານໄພທຳມະຊາດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ), ໃຫ້ຮູ້ວ່າ ນັບແຕ່ຕົ້ນປີເຖິງປະຈຸບັນ, ພາກພື້ນ APEC ໄດ້ປະເຊີນໜ້າກັບໄພທຳມາະຊາດທີ່ຜິດປົກກະຕິກໍ່ຄືສິ່ງທ້າທາຍຂອງທົ່ວໂລກກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານ ເຈີ່ນກວາງຫາຍ ສະເໜີບັນດາສະມາຊິກ APEC ກວດກາຄືນບັນດາຂໍ້ຕົກລົງ ແລະ ພ້ອມກັນສ້າງກົນໄກລວມ, ເປັນເອກະພາບກ່ຽວກັບການປະຕິບັດໜູນຊ່ວຍໄພທຳມະຊາດຢູ່ພາກພື້ນ APEC ຢ່າງຮີບດ່ວນ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາໂຄງການລະຫວ່າງຂະແໜງກ່ຽວກັບການປ້ອງກັນ ແລະ ຕ້ານໄພທຳມະຊາດ, ນຳສະເໜີເນື້ອໃນໃນໄລຍະຈະມາເຖິງ. ຜູ້ຕາງໜ້າບັນດາພື້ນຖານເສດຖະກິດ APEC ກໍ່ໄດ້ແບ່ງປັນບົດຮຽນຫຼາຍຢ່າງ, ຮູບແບບກ່ຽວກັບການຮັບມືຢ່າງຮີບດ່ວນຢູ່ບັນດາປະເທດ; ວຽກງານແກ້ໄຂຜົນຮ້າຍພາຍຫຼັງໄພທຳມະຊາດ. ກອງປະຊຸມ ຄັ້ງທີ 12 ຂອງກຸ່ມປະຕິບັດງານກ່ຽວກັບການຮັບມືກັບສະພາບການ APEC ຢ່າງຮີບດ່ວນ ໄດ້ດຳເນີນເປັນເວລາ 2 ວັນຄື: 21-22 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ