APEC 2017: ຫວຽດນາມ ມານະພະຍາຍາມປັງປຸງນະໂຍບາຍກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ

(VOVWORLD) - ໃນຂອບເຂດກອງປະຊຸມບັນດາເຈົ້າໜ້າທີອາວຸໂສ APEC ຄັ້ງທີ 3 (SOM 3) ແລະ ບັນດາກອງປະຊູມທີ່ກ່ຽວຂ້ອງ, ວັນທີ 21 ສິງຫາ, ກຸ່ມປະຕິບັດງານກ່ຽວກັບການຕ້ານການສໍ່ລາດບັງຫຼວງ ແລະ ຄວາມໂປ່ງໃສ (ACTWG) ໄດ້ຈັດຕັ້ງກອງປະຊຸມປະສານງານບັນດານັກອຸປະຖຳ. 
 
APEC 2017: ຫວຽດນາມ ມານະພະຍາຍາມປັງປຸງນະໂຍບາຍກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ - ảnh 1 ຜູ້ແທນປະເທດຕ່າງໆເຂົ້າຮ່ວມກອງປະຊຸມ

ນີ້ແມ່ນຂໍ້ລິເລີ່ມຂອງກອງປະຊຸມທະນາຍຄວາມ ອາເມລິກາ, ເພື່ອແນໃສ່ຊອກຮູ້ບັນດາຄວາມຕ້ອງການໜູນຊ່ວຍດ້ານເຕັກນິກໃຫ້ການປະຕິບັດງານຕ້ານການສໍ້ລາດບັງຫຼວງ ຂອງບັນດາພື້ນຖານເສດຖະກິດສະມາຊິກ APEC. ທ່ານ ຫງວຽນວັນແທັງ, ຮອງຫົວໜ້າອົງການກວດກາລັດຖະບານ ຫວຽດນາມ, ໃຫ້ຮູ້ວ່າ ຫວຽດນາມ ຫວັງວ່າພາຍຫຼັງກອງປະຊຸມນີ້, ບັນດານັກອຸປະຖຳສາກົນຈະສະໜັບສະໜູນຢ່າງຕັ້ງໜ້າ, ໜູນຊ່ວຍກ່ຽວກັບດ້ານເຕັກນິກ ແລະ ໃຫ້ຄຳປຶກສາແກ່ບັນດາພື້ນຖານເສດຖະກິດສະມາຊິກ APEC. ຫວຽດນາມ ປາຖະໜາຈະໄດ້ຮັບການໜູນຊ່ວຍຂອງສາກົນຢ່າງລະອຽດ ກ່ຽວກັບວຽກງານຮຽບຮຽງເອກະສານນິຕິກຳ; ຈັດຕັ້ງບັນດາການແລກປ່ຽນຄະນະຊ່ຽວຊານ; ຈັດຕັ້ງບັນດາກອງປະຊຸມສຳມະນາພາຍໃນປະເທດ; ເຂົ້າຮ່ວມບັນດາກອງປະຊຸມສຳມະນາ, ຝຶກອົບຮົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ